ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງ​ປະຊຸມ​ໃຫຍ່​ຂອງ​ສະມາຊິກ​ພັກ ຄັ້ງ​ທີ I ຂອງ​ຄະນະ​ພັກ​ຮາກ​ຖານ​ ກອງພັນ 977
ເວລາອອກຂ່າວ: 2023-09-21 09:02:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ຄະນະ​ພັກ​ຮາກ​ຖານ ​ກອງພັນ 977 ແມ່ນ​ຫົວໜ່ວຍ​ການຈັດຕັ້ງ​ໜຶ່ງ​ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 643 ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ເປັນ​ບັນຫາ​ສຳຄັນ ​ຈັດ​ຕັ້ງ​ພະນັກງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ບ້ານ​ປະຊາຊົນ​ອອ້ມ​ຂ້າງ​ແບບ​ມູນເຊື້ອ ແລະ ແຮກສ່ຽວ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ໂດຍ​ໄດ້​ເອົາໃຈໃສ່​​ນຳພາ-ຊີ້ນຳເຄື່ອນ​ໄຫວ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ ຕິດຕາມ​ກຳ​ແໜ້ນ​ສະພາບການເຄື່ອນໄຫວ​ຂອງກຸ່ມ​ ຄົນ​ບໍ່​ຫວັງ​ດີ, ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ​ເພື່ອ​ຕ້ານ ແລະ ແກ້​ໄຂ​ໃຫ້​ທັນ​ເວລາ, ເອົາໃຈໃສ່​ໃກ້ຊິດ​ຕິ​ແທດ ສືກ​ສາ​ອົບຮົມ​ປຸກລະດົມ​ແນວ​ຄິດ​ຂອງ​ພະນັກ ງານ​ສະມາຊິກ​ພັກ-ນັກຮົບ ໃຫ້​ຮູ້​ຈຳແນກ​ໄດ້​ມິດ ແລະ ສັດຕູ​ຢ່າງ​ຈະແຈ້ງ, ຮັບ​ຮູ້ ແລະ ເຂົ້າໃຈ​ຕໍ່​ແນວທາງ​ຂອງ​ພັກ-ລັດ​ວາງ​ອອກ ຄຽງ​ຄູ່​ກັນ​ນັ້ນ​ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ຖື​ເອົາ​ບັ້ນ​ດຳເນີນ​ຊີວິດ​ການເມືອງ ພາຍ​ໃນ​ພັກ​ເປັນ​ການ​ຕຳ​ນິ​ສ່ົງ​ຂ່າວ​ກໍ່ສ້າງ​ເຊິ່ງ​ກັນ ແລະ ກັນ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດວາງ​ອອກ. ປັດຈຸດ​ບັນ​ຄະນະ​ພັກ​ຮາກ​ຖານ ​ກອງພັນ 977 ມີ 3 ໜ່ວຍ​ພັກ​ຂຶ້ນ​ກັບ ແລະ ໄດ້​ຮັບ​ນາມມະຍົດ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 2 ໜ່ວຍ, ມີ​ສະ​ມາ​ຊິ​ພັກ​ທັງ​ໝົດ 48 ສະຫາຍ, ມີ​ສະມາຊິກ​ພັກ​ແຂງ 44 ສະຫາຍ, ກາງ 4 ສະຫາຍ. ນອກຈາກ​ວຽກ​ງານ​ການ​ນຳພາ​ແລ້ວ ຍັງ​ໄດ້​ສຸມ​ໃສ່​ການ​ອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ແລະ ເຫຼົ່າ​ຮົບ​ວິຊາ​ສະເພາະໃຫ້​ມີ​ຄວາມ​ຊຳນິ​ຊຳນານ ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ. ດ້ານ​ວຽກ​ງານ​ຮັບປະກັນ​ສ້າງ​ພະລາທິການ​ກັບ​ທີ່ ໄດ້​ຊຸກຍູ້​ພະນັກງານ-ນັກຮົບ ຍົກ​ສູງ​ນໍ້າໃຈ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ສຸມ​ໃສ່ 4 ປູກ 4 ລ້ຽງ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ນັບ​ມື້​ດີ​ ຂຶ້ນ ສາມາດ​ສ້າງ​ລາຍ​ຮັບຈາກ​ ການ​ປູກຝັງ-ລ້ຽງສັດ ແລະ ບໍລິ ການ​ຕ່າງໆໄດ້ 288.242.800 ກີບ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດຄັດ ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ ໂດຍ​ເລືອກ​ເອົາ ສະຫາຍ ພັນ​ໂທ ບຸນ​ແສງ ຈິດ​ບົວລະພາ ເປັນ​ເລຂາ​ຄະນະ​ພັກ​ຮາກຖານ, ສະຫາຍ ພັນ​ໂທ ສີ​ສົມ​ພອນ ອິນ​ທະ​ແສງ ເປັນ​ຮອງ​ເລຂາ, ສະ ຫາຍ ພັນ​ໂທ ບົວ​ສີ ບຸດ​ດາ​ວົງ ເປັນກຳມະການ​ກວດກາ, ສະຫາຍ ພັນ​ໂທ ພອນ​ທິບ ພົມ​ມະຫາ​ໄຊ ແລະ ສະຫາຍ ພັນ​ໂທ ວັນ​ທອງ ຈ່າ​ເຊຍ​ມົວ ເປັນກຳມະການ​. ໃນ​ໂອກາດ​ທີ່ ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ​ ກອງພັນ​ໃຫຍ່ 643 ໄດ້​​ເປັນ​ປະທານ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ l ຂອງ​ຄະນະ​ພັກ​ຮາກ​ຖານ ​ກອງພັນ 977 ໃນ​ວັນ​ທີ 13 ກັນຍາ 2023 ໄດ້​ເນັ້ນ​ໃຫ້​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເປັນ​ກົກຕິດ​ພັນ​ແໜ້ນ​ກັບ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ ​ເປັນ​ເສນາ​ທິ​ການ​ໃຫ້​ຄະນະ​ພັກ​ກອງພັນ​ໃຫຍ່ ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ຖື​ເອົາ​ການ​ກໍ່ສ້າງ​ພັກ​ເປັນ​ແກ່ນ​ນຳ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ, ເອົາ​ການ​ກໍ່ສ້າງ​ພະນັກງານ ໃນ​ການ​ນຳພາ-ບັນຊາ ເພື່ອ​ພ້ອມ​ກັນ​ສ້າງ​ໃຫ້​ກົມ​ກອງ​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ໄປ​ສົມ​ຄູ່​ກັບ​ການ​​​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ກອງ 3 ປອດ ແລະ ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ ພາບ: ນາງ​ ສຸດທິ​ດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ