
ກອງບັນຊາການທະຫານເມືອງພຽງ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2023-09-22 08:38:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 14 | ຄວາມນິຍົມ:
ວັນທີ 12 ກັນຍາ 2023 ນີ້, ກອງບັນຊາການທະຫານເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ໂດຍ
ມີສະຫາຍ ນາງ ແສງອາພອນ ແກ້ວບົວໂຮມ ຮອງເຈົ້າເມືອງ ເມືອງພຽງ, ປະທານສະພາປະຊາຊົນປະຈຳເມືອງພຽງແຂວງໄຊຍະບູລີ, ສະຫາຍ ພັນໂທ ຈື່ເນັ່ງ ຢົວໃຈລີ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງພຽງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພັນຕີ ມືດ ພອນສະຫວັນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເມືອງພຽງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະຜ່ານມາ ແລະ ທິດທາງແຜນການຂໍ້ແຂ່ງ
ຂັນ ຮັກຊາດ ແລະ ພັດທະນາ ປີ 2023-2025 ຂອງກອງບັນຊາການທະຫານເມືອງພຽງ. ຕະຫຼອດໄລຍະຜ່ານມາ ກົມກອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້
ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງໄດ້ສຸມໃສ່ຈັດຕັ້ງປະຕິບັດແຕ່ຂັ້ນສະມາ ຊິກພັກ, ພະ ນັກງານ-ນັກຮົບ, ໜ່ວຍພັກ, ພະແນກການທີ່ຂຶ້ນກັບ ໂດຍຖືເອົາຂໍ້
ແຂ່ງຂັນຂອງແຕ່ລະພາກສ່ວນເປັນໄມ້ຫຼາວັດແທກໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ວິຊາສະເພາະ ເພື່ອເປັນບ່ອນອີງໃນການສຳຫຼວດກວດ ກາ, ການນຳພາ-ຊີ້ນໍາຂອງຄະນະ ພັກ, ຄະນະບັນຊາ, ພະນັກງານ- ນັກຮົບ ທີ່ໄດ້ເຂົ້າຮ່ວມແຂ່ງຂັນ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂະບວນການ
ແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ຂອງກອງບັນຊາການທະຫານເມືອງພຽງ ມີບຸກຄົນ, ກົມກອງ ໄດ້ຮັບການຍ້ອງຍໍຂັ້ນ ຕ່າງໆ ຫຼາຍສະຫາຍ. ຈາກນັ້ນ, ຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກແຕ່ລະໜ່ວຍ, ອົງການ ຈັດຕັ້ງຊາວໜຸ່ມ-ແມ່ຍິງ ໄດ້ຈັບມື ເພື່ອຮັບຮອງເອົາຂໍ້ແຂ່ງຂັນດັ່ງກ່າວ. ຈຸດປະສົງຂອງການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາໃນຄັ້ງນີ້ ເພື່ອເປັນການປຸກລະດົມ ແລະ ເຕົ້າໂຮມກຳລັງແຮງ ໃຫ້ເປັນປຶກແຜ່ນແໜ້ນໜາ, ຊອກໃຫ້ເຫັນ
ບຸກຄົນ ທີ່ມີຄວາມບຸກບືນຫ້າວ ຫັນ, ຕໍ່ໜ້າທີ່ວຽກງານ ແລະມີ ການແຂ່ງຂັນກັນຈັດຕັ້ງປະຕິບັດ ເພື່ອແນໃສ່ເຮັດໃຫ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຂະບວນຟົດຟື້ນຕໍ່ເນື່ອງ.
ໂດຍ: ເກສັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ