ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ມອບເງິນ​ອຸດ​ໜູນ​ ໃຫ້​ຄອບຄົວ​ພະນັກງານ​ຜູ້​ເສຍ​ຊີວິດ
ເວລາອອກຂ່າວ: 2023-09-22 08:41:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນ​ທີ 18 ກັນຍາ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວພະນັກງານ​ຜູ້​ເສຍ​ຊີວິດ, ໂດຍມີສະຫາຍ ພັນ​ໂທ ບຸນ​ເພັງ ແສງ​ສຸ​ລີ ກໍາມະການ ຄະນະ​ພັກ ​ກອງ​ບັນຊາ​ການ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ, ມີຜູ້ຕາງໜ້າພະແນກການ​ທີ່​ກ່ຽວ ຂ້ອງ ແລະ ຄອບຄົວ​ພະນັກງານ​ຜູ້​ເສຍ​ຊີວິດ​ ເຂົ້າ​ຮ່ວມ. ສະຫາຍ ພັນໂທ ພອນ​ໄຊ ​ທຳແສນ​ໄຊ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ ຫ້ອງ​ການເມືອງ ໄດ້​ຜ່ານ​ຂໍ້ຕົກລົງ ວ່າດ້ວຍການ ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ໃຫ້​ພະນັກງານ​ຜູ້​ທີ່​ເສຍ​ຊີວິດ ​ທັງ​ໝົດ 6 ສະຫາຍ, ພະນັກງານ​ບຳນານ 4 ສະຫາຍ ລວມ​ເງິນ 231.363.972 ກີບ ແລະ ພະນັກງານ​ປະຈຳການ 2 ສະຫາຍ ລວມ​ເງິນ 99.239.940 ກີບ. ​ກ່າວ​ມອບ​ໂດຍ ສະຫາຍ ພັນ​ໂທ ບຸນ​ເພັງ ແສງ​ສຸ​ລີ ແລະ ກ່າວ​ຮັບ​ໂດຍ​ຄອບຄົວ​ຂອງພະນັກງານ​ຜູ້​ເສຍ​ຊີວິດ​. ຕາງ​ໜ້າຄອບຄົວ​ຂອງພະ ນັກງານ​ຜູ້​ເສຍ​ຊີວິດ ໄດ້​​ສະແດງ​ ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ ຢ່າງ​ຍິ່ງ​ທີ່​​ພັກ-ລັດ​ຂັ້ນ​ເທິງ ໄດ້​ເບິ່ງແຍງແລະ ໃຫ້ການຊ່ວຍເຫຼືອນະໂຍ ບາຍ ໃນ​ດ້ານຕ່າງໆໃນໄລຍະ ຜ່ານມາ. ພ້ອມ​ນັ້ນ, ສະຫາຍ ພັນ​ໂທ ບຸນ​ເພັງ ແສງ​ສຸ​ລີ ໄດ້​​ຮຽກຮ້ອງ​ໃຫ້​ຄອບຄົວຂອງພະນັກງານ​ຜູ້​ເສຍ​ຊີວິດ ຈົ່ງ​ນຳ​ເອົາ​ເງິນ​ດັ່ງກ່າວ​ໄປ​ນຳ​ໃຊ້​ໃຫ້​ຖືກ​ເປົ້າ​ໝາຍ ແລະ ເກີດ​ປະໂຫຍດ​ສູງ​ສຸດ​. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ