
ຫົວໜ້າຫ້ອງເສນາທິການ ກອງພົນທີ 3 ກວດກາຄວາມພ້ອມ ໃນການເປີດຮຽນກໍ່ສ້າງນາຍສິບ ຊຸດທີ 5
ເວລາອອກຂ່າວ: 2023-09-22 08:42:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 18 | ຄວາມນິຍົມ:
ວັນທີ 15 ກັນຍາ 2023 ນີ້, ສະຫາຍ ພັນເອກ ສາຍທອງ ປີຊາຈັນ ກໍາມະການຄະນະພັກ, ຫົວໜ້າຫ້ອງເສນາທິການ ກອງພົນທີ 3 ແລະ ພະແນກການທີ່ ກ່ຽວຂ້ອງ ໄດ້ກວດກາຄວາມພ້ອມໃນການກະກຽມເປີດຮຽນກໍ່ສ້າງນາຍສິບ ຊຸດທີ 5 ຢູ່ສູນເຝິກອົບຮົມ ກອງພົນທີ 3, ມີສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ເລຂາຄະນະພັກ, ຫົວໜ້າການທະ ຫານ ສູນເຝິກອົບຮົມ ພ້ອມຄະນະພັກ-ຄະນະບັນຊາ, ພະນັກງານ ຂະແໜງການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.
ສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ໄດ້ລາຍງານຫຍໍ້ກ່ຽວກັບຄວາມພ້ອມໃນການຮອງ ຮັບນັກຮຽນ ແລະ ສິ່ງອຳນວຍຄວາມສະດວກໃນການຮ່ຳຮຽນ.
ຈາກນັ້ນ, ໄດ້ພ້ອມກັນກວດກາຕົວຈິງເຊັ່ນ: ເຮືອນນອນ, ຫ້ອງຮຽນ, ຕຽງນອນ, ລະບົບໄຟຟ້າ, ນ້ຳປະປາ, ທີ່ພັກອາໄສ, ເຮືອນກິນເຂົ້າ, ສະໜາມຫັດແອບ ແລະ ອື່ນໆ ທີ່ຈຳເປັນເພື່ອຮັບປະກັນໃນການຮ່ຳຮຽນ ເຫັນວ່າມີຄວາມພ້ອມເປັນສ່ວນຫຼາຍ ແລະ ຈະປັບປຸງແກ້ໄຂບາງອັນທີ່ຍັງຂາດບໍ່ພຽງພໍ
ສະຫາຍ ພັນເອກ ສາຍທອງ ປີຊາຈັນ ໄດ້ໃຫ້ທິດຊີ້ນຳວ່າ: ເພື່ອຮັບປະກັນຄວາມພ້ອມໃນການເປີດຮ່ຳຮຽນຊຸດອົບຮົມໃນຄັ້ງນີ້ ແມ່ນໜ້າທີ່ຂອງໝົດທຸກຄົນ, ສິ່ງສຳຄັນແມ່ນຄະນະຮັບຜິດຊອບແຕ່ລະສະຫາຍ ຈະຕ້ອງສູ່ມທຸກສະຕິປັນຍາຂອງຕົນເຂົ້າໃນການຫາງຫາກະກຽມ ເປັນຕົ້ນແມ່ນງົບປະມານ, ວັດຖຸອຸປະກອນໃນການສິດສອນຮໍ່າຮຽນ, ລະບົບພື້ນຖານໂຄງລ່າງອັນທີ່ຈຳເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ນັກຮຽນ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ອື່ນໆ ຕ້ອງໃຫ້ພຽງພໍ ຕອບສະໜອງຕາມຄວາມຕ້ອງການ ແລະ ສາມາດດຳເນີນການໄດ້ຕາມກຳນົດເວລາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ