ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ວິທະຍາຄານ​ເຕັກນິກ​ການ​ທະຫານ ປາຖະກະຖາ 2 ວັນ​ປະຫວັດສາດ
ເວລາອອກຂ່າວ: 2023-09-22 08:45:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ວັນ​ທີ 20 ກັນຍາ 2023 ນີ້, ວິທະຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຈັດ​ຕັ້ງ​ພິທີ​ປາຖະກະຖາ ລະນຶກ​ສອງ​ວັນ​ປະຫວັດສາດ​ຄື: ວັນ​ລັດ​ທະ​ທຳ​ມະນູນ​ແຫ່ງ ​ສປ​ປ ລາວ ຄົບຮອບ 32 ປີ ( 15 ສິງຫາ1991) ແລະ ວັນ​ຍຶດ​ອຳນາດ 23 ສິງຫາ ຄົບຮອບ 48 ປີ (23 ສິງຫາ1975), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ເຜີຍ ທຳ​ມະນີ​ວົງ ກຳມະການ​ຄະນະ​ພັກ, ຮອງ​ຫົວໜ້າ​ຫ້ອງ​ການເມືອງວິທະຍາຄານ​ເຕັກນິກ​ການ​ທະຫານ, ມີ​ຄະນະ​ຫ້ອງ, ຄະນະວິຊາ, ສູນ​ເຝິກ​ຫັດ-ທົດ​ລອງ, ກອງພັນ​ນັກ​ສຶກ​ສາ ພ້ອມ​ດ້ວຍ​ພະນັກງານ-​ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ເຜີຍ ທຳ​ມະນີ​ວົງ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ວິທະ ຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ການ​ກຳເນີດ ແລະ ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ລັດ​ຖະ​ທຳ​ມະນູນ ເປັນ​ພາຫະນະ​ທີ່​ສຳຄັນ ເພື່ອ​ສຶກ​ສາ​ອົບຮົມ​ປະຊາຊົນ​ໃນ​ການ​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ​ຮັກ​ລະບອບ​ປະຊາທິປະໄຕ​ປະຊາຊົນ ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເຊີດ​ຊູ​ບົດບາດ ແລະ ຄວາມ​ເປັນ​ເຈົ້າ​ປະເທດ​ຊາດ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ເພື່ອ​ພ້ອມ​ກັນ​ສຸມ​ທຸກ​ກຳລັງວັງຊາ ແລະ ຄວາມ​ສາມາດ​ຂອງ​ຕົນ ​ປະກອບສ່ວນ​ເຂົ້າ​ໃນ​ພະລະ​ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາປະເທດ​ຊາດ​ຕາມ​ແນວທາງ​ການ​ປ່ຽນແປງ​ໃໝ່​ແນໃສ່​ເຮັດໃຫ້ປະເທດ​ຊາດຮັ່ງມີ​ເຂັ້ມແຂງ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ມີ​ປະຊາທິປະໄຕ, ຍຸຕິ​ທຳ ແລະ ສີວິໄລ. ພ້ອມ​ກັນ​ນັ້ນ​ນີ້, ຍັງ​ໄດ້​ຍົກ​ໃຫ້​ຮູ້​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ການຍຶດ​ອຳນາດ 23 ສິງຫາ ການ​ຕໍ່ສູ້​ປະຕິວັດ​ທີ່​ຍຶດ​ເຍື້ອ​ຍາວ​ນານ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແມ່ນ​ຜົນ​ທີ່​ເກີດ​ຈາກ​ຄວາມ​ກ້າຫານ​ປະດິດ​ສ້າງ​ແຫ່ງ​ການ​ນຳ​ໃຊ້ 3 ບາດ​ຄ້ອນ​ຍຸດ​ທະ​ສາດ ເພື່ອ​ຍຶດ​ອຳນາດ​ໃນ​ການ​ປົກຄອງ​ທົ່ວ​ປະເທດ ​ແບບບົວ​ບໍ່​ໃຫ້​ຊຳ້​ນຳ້​ບໍ່​ໃຫ້​ຂຸ່ນ, ​ແມ່ນ​ໄຊຊະນະ​ຕາມ​ແນວທາງ​ປະຕິວັດ​ອັນ​ຖືກຕ້ອງ ແລະ ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ທີ່​ຮູ້​ໝູນ​ໃຊ້​ລັດທິ​ມາກ-ເລ​ນິນ ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ປະຕິວັດ​ຢ່າງ​ປະດິດ​ສ້າງ, ແມ່ນ​ໄຊຊະນະ​ຂອງ​ກຳລັງ​ແຮງແຫ່ງ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ປວງ​ຊົນ​ທັງ​ຊາດ ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ກອງທັບ ແລະ ປະຊາຊົນ​ລາວ. ໂດຍ: ນາງ ໄຂ​ຄຳ ພົມ​ມະ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ