
ກທອ ມອບເຄື່ອງນຸ່ງນັກບິນຄວາມໄວສູງ ແລະ ເຄື່ອງແບບເຫຼົ່າຮົບ ທະຫານອາກາດ ໃຫ້ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2023-09-22 08:47:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ໃນວັນທີ 19 ກັນຍາ 2023 ນີ້, ສະຫາຍ ພັນເອກ ແພງສີ ເສັງວິໄຊ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານອາກາດ(ກທອ) ພ້ອມດ້ວຍ
ຄະນະ ໄດ້ນຳເອົາຊຸດເຄື່ອງແບບ ຂອງເຫຼົ່າຮົບທະຫານອາກາດ ມາມອບໃຫ້ຫໍພິພິທະພັນປະຫວັດ ສາດກອງທັບ, ໂດຍການຮັບຂອງ ສະຫາຍ ພັນເອກ ຄຳສີ ລີຟູ່ງ ຫົວໜ້າອຳນວຍການຫໍພິພິທະ ພັນປະຫວັດສາດກອງທັບ ພ້ອມດ້ວຍຄະນະ.
ເຄື່ອງນຳມາມອບໃນຄັ້ງນີ້, ປະກອບມີ: 33 ລາຍການ ໃນນັ້ນ, ມີຊຸດເຄື່ອງນຸ່ງນັກບິນສູ້ຮົບຄວາມໄວສູງ, ໝວກນັກບິນສູ້ຮົບຄວາມໄວສູງ, ຊຸດນັກບິນສູ້ຮົບຄວາມໄວຕໍ່່າ ແລະ ເຄື່ອງແບບຊຸດນ້ອຍທີ່ນຳໃຊ້ໃນອະດີດ ແລະ ປັດຈຸບັນຂອງເຫຼົ່າຮົບທະຫານອາກາດ. ຈາກນັ້ນ, ສະຫາຍຫົວໜ້າອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນເອກ
ແພງສີ ເສັງວິໄຊ ພ້ອມດ້ວຍຄະນະທີ່ໄດ້ນຳເອົາເຄື່ອງແບບຂອງທະຫານອາກາດມາມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບ ເພື່ອນຳໄປວາງສະແດງ
ໃຫ້ພະນັກງານ-ນັກຮົບ, ແຂກຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ເຂົ້າມາທ່ຽວຊົມ ໄດ້ເຫັນເຖິງມູນເຊື້ອຂອງກອງທັບປະຊາຊົນລາວ ໂດຍສະ
ເພາະແມ່ນມູນເຊື້ອຂອງເຫຼົ່າຮົບທະຫານອາກາດ.
ໂດຍ: ວ່າຊົງ ໄຟດໍ້ຊົວຕົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ