ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງ​ພົນ​ທີ 3 ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2023-09-22 08:51:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນ​ວັນ​ທີ 20 ກັນຍາ 2023 ນີ້, ຫ້ອງ​ການເມືອງ ກອງ​ພົນ​ທີ 3 ໄດ້​ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ, ໂດຍ​ມີສະຫາຍ ພັນເອກ ບຸນ​ຫຼາຍ ອຸດົມ​ຮຸນ ກໍາມະການຄະນະ​ປະຈຳ​ພັກ​ກອງ​ພົນ, ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ພົນ​ທີ 3, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ, ພະແນກ ການ​ທີ່​ກ່ຽວ​ຂ້ອງ ​ພ້ອມ​ດ້ວຍ​ຄອບຄົວພະນັກງານ-ນັກຮົບຜູ້​ທີ່​ເສຍ​ຊີວິດ​ເຂົ້າ​ຮ່ວມ. ສະຫາຍ ​ພັນ​ໂທ ຄຳ​ພັດ ອິນ​ມາລາ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມໄດ້​​ຜ່ານຂໍ້ຕົກລົງ ວ່າດ້ວຍ ການມອບເງິນອຸດໜູນໃຫ້ຄອບຄົວພະນັກງານ-ນັກຮົບຜູ້ ທີ່ເສຍຊີວິດ ຢູ່ກອງພົນທີ 3 ໃນ​ນີ້​, ມີ​ພະນັກງານ​ເສຍ​ຊີວິດ 5 ສະຫາຍ, ຊັ້ນ​ພັນ​ໂທ 1 ສະຫາຍ, ພັນ​ຕີ 1 ສະຫາຍ, ຮ້ອຍ​ເອກ 1 ສະຫາຍ, ເງິນ​ອຸດ​ໜູນ​ເມຍ​ຊັ້ນຮ້ອຍ​ຕີ 1 ສະຫາຍ, ຊັ້ນ I 1 ສະຫາຍ ລວມ​ທັງ​ໝົດ 306.000.000 ​ກີບ. ສະຫາຍ ພັນເອກ ບຸນ​ຫຼາຍ ອຸດົມ​ຮຸນ ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ບັນດາ​ສະຫາຍໄດ້​ປະກອບ​ສ່ວນ​ເຫື່ອແຮງ​ສະຕິ​ປັນຍາ​ທັງ​ກາຍ ແລະ ໃຈ ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດກໍ​ຄື​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງຕະຫຼອດ​ໄລຍະ​ຜ່ານ​ມາ, ພ້ອມທັງໄດ້​ຮຽກຮ້ອງ​ຄອບຄົວພະນັກ ງານ-ນັກຮົບ​ຜູ້​ທີ່​ເສຍ​ຊີວິດ ​ນຳ​ເອົາ ​ເງິນ​ຈຳນວນ​ດັ່ງກ່າວ​ນີ້​ ໄປ​ໝູນ​ໃຊ້​ໃຫ້​ເປັນ​ປະໂຫຍດ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ເສດຖະກິດ​ຄອບຄົວ​ຂອງ​ຕົນໃຫ້​ມີ​ຄວາມ​ຈະເລີນ​ກ້າວໜ້າ​, ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ເສດຖະກິດ, ​ມີ​ຊີວິດ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ. ໂດຍ: ເທບ​ພະ​ກອນ ລັດຕະນະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ