ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງພັນ​ໃຫຍ່ 605 ສຸມ​ໃສ່​ວຽກ​ງານ​ພະລາທິການ​ ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ
ເວລາອອກຂ່າວ: 2023-09-22 08:53:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ທິດ​ຊີ້ນຳ ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຍົກ​ສູງ​ນ້ຳໃຈ ເພິ່ງ​ ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ ຄວາມ​ເຂັ້ມແຂງດ້ວຍຕົນເອງ ກອງພັນ​ໃຫຍ່ 605 ໄດ້​ສຸມໃສ່ 4 ປູກ 4 ລ້ຽງ ທີ່​ກົມໃຫຍ່ພະລາ ທິ ການ​ກອງທັບ​ວາງ​ອອກ ຂຸດ​ຄົ້ນ​ທຸກ​ຄວາມ​ສາມາດ ແລະ ທ່າ ແຮງ​ບົ່ມ​ຊ້ອນ​ທີ່ມີເພື່ອແກ້ໄຂຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ແລະ ຜະລິດ​ເປັນ​ສິນຄ້າ ໃນ​ນີ້, ວຽກ​ງານ​ຮັບປະກັນ​ຊີ ວິດ​ການ​ເປັນ​ຢູ່​ລ້ຽງ​ດູ​ກຳລັງ ໃນ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ​ແຕ່​ລະ​ກົມ​ກອງ​ຮາກ​ຖານ ໄດ້ຮັບການ​ ປັບປຸງດີ​ຂຶ້ນ​ຫຼາຍດ້ານເປັນຕົ້ນ ​ແມ່ນສິ່ງ​ປຸກ​ສ້າງ​ສຳນັກງານ ຫ້ອງການ, ເສັ້ນທາງ​ເຂົ້າ-ອອກ​ ຄ້າຍ, ກຳ ແພງ, ລະບົບ​ເຮືອນ ນອນ, ເຮືອນຄົວ​ລວມ ແລະ ສາ ທາລະນຸ​ປະໂພກອື່ນໆ ໄດ້​ຮັບການ ​ປັບປຸງກໍ່ສ້າງຕາມ​ແບບວັດທະ ນະທຳ ແລະ ແໜ້ນໜາ​ຖາວອນ​ຂຶ້ນ​ເປັນ​ກ້າວໆ; ດ້ານ​ອັດຕາ​ກິນ​ໄດ້​ປະຕິບັດ​ຕາມລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ ຮັບປະກັນ​ໃຫ້​ອ້າຍ​ນ້ອງ​ໄດ້​ກິນ​ເຂົ້າ​ມື້ໜຶ່ງ 3 ຄາບ ອາຫານ 3-4 ເຍື່ອງ​ຂຶ້ນ​ໄປ. ສະຫາຍ ພັນ​ເອກ ປະ​ເສີດ ທ່ຽງ​ທຳ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 605 ໃຫ້​ຮູ້​ວ່າ: ປັດຈຸບັນທົ່ວ​ກອງພັນ​ໃຫຍ່ ມີ​ເຮືອນຄົວ​ລວມ 8 ຫຼັງ, ຖາວອນ 3 ຫຼັງ, ເຄິ່ງຖາວອນ 5 ຫຼັງ ໃນ​ແຕ່​ລະ​ວັນ​ໄດ້​ ຊີ້​ນຳ​ຄະນະ​ປະຈຳການ​ແຕ່​ລະ​ກອງພັນ, ກອງຮ້ອຍ, ໝວດເອົາໃຈໃສ່​ກວດກາ​ການ​ປຸງແຕ່ງອາຫານໃຫ້​ຖືກ​ຫຼັກອະນາ ໄມ ແລະ ມີ​ເສດຖະກິດ​ເປີດເຜີຍ ກ່ຽວ​ກັບ​ອັດຕາ​ກິນ​ໃນ​ແຕ່​ລະ​ວັນ, ມີ​ກະດານ​ຂຽນ​ບັນທຶກ​ໄວ້​ກ່ຽວ​ກັບ​ການ​ຊື້, ຈ່າຍ, ຫັກອັດຕາກິນ ຂອງ​ພະນັກງານ-ນັກຮົບ ໃນ​ເມື່ອ​ເຈັບເປັນ​ນອນ​ໂຮງໝໍ ຫຼື ເຄື່ອນ​ໄຫວ​ວຽກ​ລວມ ໃນ​ກົມກອງໄດ້​ມີ​ການ​ລາຍ​ງານ​ຢ່າງ​ລະອຽດ; ວຽກ​ງານ​ປູກຝັງ-ລ້ຽງສັດ ແມ່ນ​ວຽກ​ງານ​ໜຶ່ງ​ໃນ​ວຽກ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ທີ່​ກົມ​ກອງ​ຖື​ເປັນ​ສຳຄັນ ເພື່ອ​ຮັບປະກັນ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກ ຮົບ ໄດ້​ກິນ​ແຊບ, ນຸ່ງ​ງາມ ເຊິ່ງ​ແຕ່​ລະ​ກົມ​ກອງ​ຮາກ​ຖານ ໄດ້​ຊຸກຍູ້​ໃຫ້​ພະນັກງານ-ນັກຮົບອອກແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ​ປູກ​ພືດ​ຜັກ​ຂາຍ​ເຂົ້າ​ເຮືອນຄົວ​ລວມ ແລະ ສົ່ງ​ຂາຍ​ອອກ​ຕະຫຼາດ​ທາງ​ນອກ ໃນ​ໄລຍະ​ຜ່ານ​ມາ ​ໄດ້​ປູກ​ພືດ​ຊະນິດ​ຕ່າງໆ ແລະ ຂາຍ​ອອກ​ຈຳນວນ 21.953 ກິ​ໂລກ​ຣາມ ເປັນ​ເງິນ ຈຳນວນ 115.363.000 ກີບ, ປູກ​ຕົ້ນໄມ້​ກິນ​ໝາກ, ຕົ້ນໄມ້​ອຸດ ສາຫະກຳ ແລະ ພືດ​ອາຍຸ​ສັ້ນ ຈຳ ນວນ 1.117 ຕົ້ນ, ກ້າ​ເບ້ຍ​ໄດ້ 3.900 ເບ້ຍ, ບຸກເບີກ​ເນື້ອທີ່​ປູກ​ມັນຕົ້ນ​ຢູ່​ເມືອງ​ເຟືອງ ແຂວງ ວຽງ​ຈັນ ໃນ​ເນື້ອທີ່​ທັງ​ໝົດ 1,2 ເຮັກຕາ, ເກັບ​ກູ້​ມັນຕົ້ນ ແລະ ຢາງ ພາລາ​ໄດ້ 8.305 ກິ​ໂລກຣາມ ເປັນ​ເງິນ 9.620.000 ກີບ ຮັບ ​ຈາກ​ການ​ປູກຝັງ ເປັນ​ເງິນ​ທັງ​ໝົດ​ຈຳນວນ 124.983.000 ກີບ; ວຽກ​ງານ​ລ້ຽງສັດ​​ໄດ້​ສຸມ​ໃສ່​ຮັກສາ​ສັດລ້ຽງ​ທີ່​ມີ​ຢູ່ ແລະ ລ້ຽງ​ເພີ່ມ​ຕາມ​ທ່າແຮງ​ບົ່ມ​ຊ້ອນ ແລະ ຂາຍ​ສັດ​ປີກ 1.885 ກິ​ໂລກ​ຣາມ ເປັນ​ເງິນ 179.610.000 ກີບ, ມີ​ໜອງ​ປາ 12 ໜອງ, ຂາຍ​ປາ ແລະ ກົບ 2.075 ກິ​ໂລກ​ຣາມ ເປັນ​ເງິນ 56.150.000 ກີບ, ເພາະ​ພັນ​ລູກ​ກົບ​ນ້ອຍ​ຂາຍ 30.000 ໂຕ ເປັນ​ເງິນ 18.000.000 ກີບ ຮັບ​ຈາກ​ການ​ລ້ຽງສັດເປັນ ​ເງິນ 253.760.000 ກີບ, ສັງ ລວມ​ແລ້ວ ​ລາຍ​ຮັບຈາກການ ​ປູກຝັງ-ລ້ຽງສັດ ເປັນ​ເງິນ 378.743.000 ກີບ. ໃນຕໍ່ໜ້າ​ກົມກອງ ມີແຜນການຈະຂະ ຫຍາຍການ​ຜະລິດ​ດ້ວຍການບຸກ ເບີກ​ເນື້ອທີ່​ປູກຝັງ-ລ້ຽງສັດ ແລະ ມອບ​ ໃຫ້​ແຕ່​ລະ​ກອງຮ້ອຍ, ກອງພັນ ແລະ ອົງການຮັບຜິດ ຊອບຢ່າງ​ລະອຽດ ​ເພື່ອ​ແຂ່ງ ຂັນ​ກັນ​ສ້າງຜົນງານ​ຂໍ່ານັບຮັບ ​ຕ້ອນວັນສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 75 ປີ ທີ່​ຈະ​ມາ​ເຖິງ​ນີ້​ໃຫ້​ມີ​ບັນຍາກາດ​ຟົດ ຟື້ນ ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ພະນັກງານ-ນັກຮົບ ຮັກສາ​ມູນເຊື້ອ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ​ໃນ​ການ​ປູກຝັງ-ລ້ຽງສັດ ແລະ ເປັນ​ການ​ຊຸກຍູ້​ໃຫ້​​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ ແລະ ສ່ວນ​ຕົວ​ອີກ​ດ້ວຍ. ນອກຈາກ​ການ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກ-ການ​ລ້ຽງແລ້ວ ກົມ​ກອງ​ຍັງ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ນໍ້າດື່ມ 24.683.000 ກີບ ​ຕື່ມ​ອີກ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ