
ຮອງກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2023-09-22 12:51:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2 | ຄວາມນິຍົມ:
ຕອນບ່າຍຂອງວັນທີ 21 ກັນຍາ 2023 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະ ຫານແຂວງຫຼວງພະບາງ, ໂດຍມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີອົງການ 6 ຫ້ອງ ພະແນກການ ແລະ ພະນັກງານ - ນັກຮົບເຂົ້າຮ່ວມ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ ໄດ້ຂື້ນລາຍງານໂດຍຫຍໍ້ ກ່ຽວກັບສະພາບທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດໜ້າທີີ່ວຽກງານຮອບດ້ານ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໂດຍລວມພະນັກງານ - ນັກຮົບ ແມ່ນມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຂອບເຂດຮັບຜິດຊອບແມ່ນມີຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມ - ກົມກອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ, ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ພື້ນຖານໂຄງລ່າງ ໄດ້ຮັບການປັບປຸງດີຂື້ນຢ່າງຕໍ່ເນື່ອງ, ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການປະຕິບັດສອດຄ່ອງຕາມແນວທາງຂອງພັກ. ຈາກນັ້ນສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະທີ່ຄະນະພັກ - ຄະນະບັນຊາ ແລະ ພະນັກງານ - ນັກຮົບ ກອງບັນຊາການທະຫານແຂວງຫຼວງພະບາງ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຊີ້ນຳໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ - ນັກຮົບ ຢ່າງເລິກເຊິ່ງເຖິງຮາກຖານ, ຕິດພັນກັບການຫ້າງຫາກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີໃຫ້ເປັນຂະບວນການຟົດຟື້ນກ້ວາງຂວາງ ແລະ ມີຄວາມສະຫງົບປອດໄພ, ພ້ອມກັນນີ້ໃຫ້ເອົາໃຈໃສ່ຊຸກຍູ້ຂະບວນການປັບປຸງກໍ່ສ້າງກົມກອງ, ກໍ່ສ້າງກອງທັບປະຕິວັດ ທີ່ມີລະບຽບແບບແຜນທັນສະໄໝ, ໂດຍຫັນເອົາຂະບວນການປະຕິບັດ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບຢ່າງເຂັ້ມງວດ, ແນໃສ່ສ້າງຂະບວນການຮອບດ້ານໃຫ້ບັນລຸຕາມເປົ້າໝາຍ, ໂດຍສະເພາະແມ່ນຂະບວນການປັບປຸງກໍ່ສ້າງກົມກອງ, ຕິດພັນກັບການສ້າງກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການກໍ່ສ້າງນັກຮົບ ແລະ ກົມກອງວັດທະນະທໍາ, ຕິດພັນກັບຂະບວນການປູກຝັງ - ລ້ຽງສັດຕາມທິດ 4 ປູກ 4 ລ້ຽງ ແລະ ຂະບວນການອື່ນໆໃຫ້ຟົດຟື້ນແຂງແຮງ. ພ້ອມກັນນີ້ໃຫ້ເອົາໃຈໃສ່ພົວພັນ, ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ, ເກັບກໍາສະພາບ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃຫ້ທັນກັບສະພາບການ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງກອງທັບກັບປະຊາຊົນ ຄືປາກັບນໍ້າ ແລະເອົາໃຈ ໃສ່ພົວພັນບັນດາກົມກອງເພື່ອນມິດຍຸດທະສາດໃກ້ຄຽງ ໃຫ້ສອດຄ່ອງຕາມແນວທາງການຕ່າງປະເທດຂອງພັກ.
ຂ່າວ: ສົມພອນ ສຸວັນທອນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ