ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຫົວໜ້າຫ້ອງການກຳມະບານກອງທັບ ສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານກຳມະບານ ຢູ່ບໍລິສັດສະຕາໂທລະຄົມ
ເວລາອອກຂ່າວ: 2023-09-22 19:35:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 16 | ຄວາມນິຍົມ:



ວັນທີ 22 ກັນຍາ 2023 ນີ້, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານກອງທັບ ພ້ອມຄະນະ ໄດ້ສຶບສືບຕໍ່ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຢູ່ ບໍລິສັດສະຕາໂທລະຄົມ, ມີສະຫາຍ ພັນໂທ ວັນໄຊ ຈັນທະວົງ ຄະນະພັກຮາກຖານ, ເລຂາໜ່ວຍພັກ ບໍລິຫານ ຜູ້ຊີ້ນຳອົງການຈັດຕັ້ງກຳມະບານ ບໍລິສັດ ສະຕາໂທລະຄົມ, ມີຄະນະສະຫະພັນ, ຄະນະກຳມະບານຮາກຖານ ພ້ອມດ້ວຍສະມາ ຊິກກຳມະບານທົ່ວສາຂາ ເຂົ້າຮ່ວມ. ສະຫາຍ ຄຳສິງ ຈຸນລະມະນີ ປະທານສະຫະພັນກຳມະບານ ບໍລິສັດ ສະຕາ ໂທລະຄົມ ໄດ້ລາຍງານໃຫ້ຮູ້ວ່າ: ສະຫະພັນກຳມະບານ ບໍລິສັດ ສະຕາ ໂທລະຄົມ ປະກອບມີຄະນະສະຫະພັນກຳມະບານ 4 ສະຫາຍ, ທົ່ວສາຂາລວມມີ 18 ກຳມະບານຮາກຖານ ໃນນີ້, ຢູ່ສຳນັກງານໃຫຍ່ມີ 2 ກຳມະບານຮາກຖານ, ຕ່າງແຂວງມີ 16 ກຳມະບານຮາກຖານ ຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກ-ຄະນະອຳນວຍການບໍລິສັດ ສະຕາໂທລະຄົມ ແລະ ຫ້ອງການກຳມະບານກອງທັບ. ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມາ ສະຫະພັນກຳມະບານ ບໍລິສັດ ສະຕາໂທລະຄົມ ຍາມໃດກໍໃຫ້ຄວາມສຳຄັນ, ຖືເປັນວຽກງານແຖວໜ້າ, ເປັນປັດໃຈຕົ້ນຕໍ ໃນການສຶກສາອົບການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານດ້ວຍຫຼາຍຮູບການ ແລະ ທົ່ວເຖິງເຮັດໃຫ້ຖັນແຖວພະນັກງານສະມາຊິກກຳມະບານເຊື່ອມຊຶມ, ກຳໄດ້ເນື້ອໃນພາລະບົດບາດໜ້າທີ່ຂອງກຳມະບານ ທີ່ມີຄວາມໝາຍຄວາມສຳຄັນ ປະກອບສ່ວນເຂົ້າໃນວຽກງານ ເຮັດໃຫ້ສະມາຊິກມີຄວາມອຸ່ນອ່ຽນມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບຕໍ່ການນຳພາຂອງຄະນະພັກ-ຄະນະອຳນວຍການ ມີຄວາມໜັກແໜ້ນເຊື່ອໝັ້ນ, ສັດຊື່ບໍລິສຸດຕໍ່ພັກ, ມີມານະຈິດປະຕິວັດບຸກ, ມີຄວາມອົດທົນຫ້າວຫັນຂະຫຍັນພຽນ, ເຮັດການປະຕິບັດໜ້າທີ່ການເມືອງຂອງກົມກອງ, ມີສະຕິລະວັງຕົວ, ສະຕິເຄົາລົບກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງບໍລິສັດ ແລະ ຂອງກຳມະບານລາວ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ກວ້າງຂວາງໜັກແໜ້ນ ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ປັບປຸງລະບອບແບບແຜນວິທີເຮັດວຽກ, ເນື້ອໃນສຳຫຼວດກວດກາໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງກຳມະບານໃນໄລຍະໃໝ່, ຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໂດຍຕິດພັນກັບການພັດທະນາເສີມສ້າງທຸລະກິດ ໃຫ້ນັບມື້ດີຂື້ນເປັນກ້າວໆ. ໂອກາດນີ້, ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານ ແລະ ເນັ້ນໜັກຕໍ່ສະຫະພັນກຳມະບານ ບໍລິສັດ ສະຕາໂທລະຄົມ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະ ບານ-ກຳມະກອນ ໃຫ້ມີຄວາມໜັກແໜ້ນ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ຍົກລະດັບສີມືແຮງງານ, ວິຊາສະເພາະໃຫ້ມີຄຸນນະພາບ, ເພີ່ມທະວີພົວພັນກັບຮ່ວມມືກັບຕ່າງປະເທດເພື່ອຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ບົດຮຽນຕ່າງໆ ແລະ ພົວພັນກັບກົມກອງອອ້ມຂ້າງໃຫ້ດີ, ມີຄວາມສາມັກຄີເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນ້ຳໃຈຮັກຊາດ ແລະ ມີວິໄນຕໍ່ການອອກແຮງງານ ໃຫ້ສົມກັບເປັນຊົນຊັ້ນກຳມະກອນທີ່ດີເລີດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ