ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ປະກາດແຕ່ງຕັ້ງ ຄະນະພັກຮາກຖານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ຊຸດທີ IX
ເວລາອອກຂ່າວ: 2023-09-22 19:40:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ:



ໃນວັນທີ 21 ກັນຍາ 2023 ນີ້. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ສີສຸກ ສີຈັນທອນ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີບັນດາສະຫາຍໃນຄະຄະນະພັກ, ສະມາຊິກພັກສົມບູນ - ສໍາຮອງ ພາຍໃນກົມກອງເຂົ້າຮ່ວມ. ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັ້ງພັກ, ຫ້ອງການເມຶອງ, ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ສະບັບເລກທີ 29/ຄພ ກພ. ລົງວັນທີ 06/09/2023 ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະພັກຮາກຖານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງ ເສີມສຸຂະພາບກອງທັບ, ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ 11, ມາດຕາ 33, ຂໍ້ ກ, ວັກ 6 ວ່າດ້ວຍການພິຈາລະນາ ແລະ ອະນຸມັດຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ຕາມການສະເໜີຂອງຄະນະພັກຮາກຖານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສະໄໝທີ 9, ຄັ້ງວັນທີ 06/08/2023, ຄະນະພັກອົງການກົມໃຫຍ່ພະລາ ທິການກອງທັບ ໄດ້ຕົກລົງແຕ່ງຕັ້ງ ແລະ ຮັບຮອງເອົາຄະນະພັກຮາກຖານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ. ເຊີ່ງປະກວບມີບັນດາສະຫາຍຄື: ສະຫາຍ ພັນເອກ ສີສຸກ ສີຈັນທອນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ດຣ ພຶດສະພາ ສົນທິລາດ ເປັນຮອງເລຂາ, ສະຫາຍພັນໂທ ນາງ ຄໍາປຸ່ງ ໄຊທະລາສີ, ສະຫາຍ ພັນໂທ ດຣ ບຸນຄົງ ພິມມະສອນ, ສະຫາຍ ພັນໂທ ສຸລິຍາ ກຸມພົນພັກດີ, ສະຫາຍ ພັນໂທ ນາງ ແກ້ວມະນີວັນ ສຸກຂະເສີມ, ສະຫາຍ ພັນຕີ ດຣ ອະນຸສອນ ກ້ຽງປະຊາ. ເປັນກໍາມະການ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ ເປັນປະທານກວດກາ, ສະຫາຍ ຮ້ອຍເອກ ຈັນທະວອນ ສິງທໍາມະວົງ ເປັນຮອງປະທານກວດກາພັກ. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ໃຫ້ຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ, ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກຮາກຖານຊຸດໃໝ່ ຍົກສູງທາງດ້ານການເມືອງ - ແນວຄິດ ເປັນສິ່ງສໍາຄັນຕົ້ນຕໍ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກໍາໃຫ້ໄດ້ພາລະບົດບາດຄວາມຮັບຜິດຊອບຂອງແຕ່ລະສະຫາຍ, ຫັນເອົາ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງປະຕິບັດ, ຜັນຂະຫຍາຍເຂົ້າສູຕົວຈິງ, ເພີ່ມທະວີຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ຕ້ອງມີຄວາມເປັນເອກະພາບສູງ, ປະຕິບັດຫຼັກການລວມສູນປະຊາທິ ປະໄຕ, ຕັດສິນວຽກງານເປັນໝູ່ຄະນະ, ປະຕິບັດຕາມມະຕິ, ແບ່ງບຸກຄົນຮັບຜິດຊອບເປັນອັນລະອຽດ, ມີການກວດກາປະເມີນຜົນຂອງການຈັດຕັ້ງປະຕິບັດບັນດາວຽກງານເປັນປົກກະຕິ, ປະຈໍາ, ມີການສະຫຼຸບຖອດຖອນບົດຮຽນໄປນໍາ, ເອົາ ໃຈໃສ່ນໍາພາພາຄຸ້ມຄອງພັກ - ພະນັກງານ ທາງດ້ານປະລິມານ ແລະ ຄຸນນະພາບ, ປັບປຸງແກ້ໄຂບັນຫາອ່ອນຄົງຄ້າງ ເພື່ອສ້າງພັກ, ກໍ່ຄືກົມກອງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີການພັດທະນາກ້າວຂຶ້ນຢ່າງຮອບດ້ານ, ເນັ້ນໜັກຕື່ມບັນດາຜູ້ເຂົ້າຮ່ວມເອົາໃຈໃສ່ ປັບປຸງແກ້ໄຂດ້ານອ່ອນຄົງຄ້າງຂອງຕົນ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ, ປະຊາຊົນໄດ້ມອບໝາຍໃຫ້. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ