ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຄະນະພັກຮາກຖານຫ້ອງເສນາທິການກອງພົນທີ3 ສຳເລັດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ
ເວລາອອກຂ່າວ: 2023-09-27 11:47:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງເສນາທິການກອງພົນທີ3 ໄດ້ປິດລົງດ້ວຍ ຜົນສໍາເລັດອັນຈົບງາມ ໃນຕອນເຊົ້າຂອງວັນທີ 25 ກັນຍາ 2023 ທີ່ຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກຫົວໜ້າການທະຫານກອງພົນທີ3,ມີສະຫາຍ ພັນເອກ ສາຍທອງ ປີຊາຈັນ ເລຂາຄະນະພັກ ຫົວໜ້າຫ້ອງເສນາ,ມີຄະນະພັກ-ຄະນະບັນຊາກົມກອງຂື້ນກັບ, ພະແນກການຕະຫຼອດຮອດສະມາຊິກພັກສົມບູນ ຫ້ອງເສນາທິການເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ເລຂາຄະນະພັກ ຫົວໜ້າຫ້ອງເສນາທິການ ໄດ້ຂື້ນຜ່ານ ບົດລາຍງານການເມືອງທັງສອງພາກ ໃນໄລຍະ 5 ປີຜ່ານມາຂອງຄະນະພັກຮາກຖານຫ້ອງເສນາທິການ, ເຊີ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ໂດຍການຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ໃນຊຸມປີຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຕໍ່ກັບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ເຄື່ອນໄຫວຕິດຕາມຂອບເຂດຄວາມຮັບຜິດຊອບ ກຳແໜ້ນສະພາບການບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ ເພື່ອແກ້ໄຂໃຫ້ທັນເວລາ ໂດຍປະຕິບັດຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບວຽກງານ 3 ສ້າງໂດຍເນັ້ນໃສ່ການກໍ່ສ້າງພື້ນຖານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງທ່າສະໜາມ 3 ຂັ້ນ, ຜ່ານມາໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມທິດນຳຂອງຂັ້ນເທີງພ້ອມດຽວກັນນັ້ນ, ຍັງໄດ້ຖືເປັນບັນຫາສໍາຄັນຕໍ່ກັບລະບອບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະໃນການປືກສາຫາລືແກ້ໄຂບັນຫາຕ່າງໆ ເພື່ອເອກະພາບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ເຮັດໃຫ້ພະນັກງານ-ສະມາຊິກພັກທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງທາງດ້ານແນວຄິດການເມືອງໜັກແໜ້ນ-ເຂັ້ມແຂງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ ເອົາໃຈໃສ່ສ້າງໜ່ວຍພັກ ແລະ ສ້າງສະມາຊິກພັກ ຕາມ 5 ຫຼັກການ 3 ທິດນໍາ ໃນການກໍ່ສ້າງພັກ ເຊິ່ງໃນນັ້ນໄດ້ຖືເອົາການຍົກສູງຄຸນນະພາບເປັນຕົ້ນຕໍ ແລະ ດ້ານປະລິມານເປັນບັນຫາສໍາຄັນ.ຄະນະພັກຮາກຖານຫ້ອງເສນາທິການປະກອບມີ 8ໜ່ວຍພັກ,ມີສະມາຊິກພັກທັງໝົດ 157 ສະຫາຍ,ສຳຮອງ 21 ສະຫາຍ,ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າພັກໄດ້ 40 ສະຫາຍ,ຮຽນສະໜັບສະໜູນພັກ 2 ຄັ້ງ,ຮຽນກົດລະບຽບພັກ 2 ຄັ້ງ, ມີໜ່ວຍພັກແຂງ 5 ໜ່ວຍ,ກາງ 3 ໜ່ວຍ,ສະມາຊິກພັກແຂງ 139 ສະຫາຍ,ກາງ 7 ສະຫາຍ,5 ປີຜ່ານມາກົມກອງລວມໝູ່ແລະບຸກຄົນໄດ້ຮັບການຍ້ອງຍໍປະເພດຫຼຽນໄຊ 33 ໜ່ວຍ,ຫຼຽນກາ 47 ໜ່ວຍ,ໃບຍ້ອງຍໍ 63 ໃບ. ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ທັງໜົດຈໍານວນ 07 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກກະພາບຢ່າງສົມບູນປະຊາມະຕິເອົາ ສະຫາຍ ພັນເອກ ສາຍທອງ ປີຊາຈັນ ເປັນເລຂາຄະນະພັກຮາກຖານ,ພັນເອກ ສົມດີ ຕິບອິນແສງ ເປັນຮອງເລຂາ,ພັນໂທ ສົມແພງ ອິນທະພູສຸກ ເປັນກຳມະການກວດກາ,ພັນໂທ ຄຳໝັ້ນ ສີສະຫວ່າງ ເປັນ ກຳມະການໂຄສະນາ,ພັນໂທໄພລັດ ພອນປະສິດ ເປັນກຳມະການ ຈັດຕັ້ງ,ພັນໂທ ນາມຈະເລີນ ສຸກອຸດົມ ເປັນກຳມະການປ້ອງກັນ,ພັນໂທ ຄຳອ້າຍ ສຸລິພາ ເປັນກຳມະການ-ການຄັງນອກນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງພົນທີ3 ຕື່ມອີກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກຫົວໜ້າການທະຫານກອງພົນທີ3ປະທານກອງປະຊຸມ, ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໜ່ ແລະ ສາມະຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ທົ່ວເຖິງ, ເພີ່ມທະວີປັບປຸງກໍ່ສ້າງພັກ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະ ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ເປັນປຶກແຜ່ນແໜ້ນໜາ,ເປັນເຈົ້າການໃນການປົກປ້ອງແນວທາງອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກິດຂື້ນພາຍໃນພັກ,ຢຶດໝັ້ນຫຼັກການລະບຽບແບບແຜນວິທີນຳພາຂອງພັກ, ຕິດພັນກັບການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິພາບສູງຂື້ນກວ່າເກົ່າ. ໂດຍ:ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ