ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ປິດຊຸດອົບຮົມວິຊາສະເພາະວຽກງານສືບຂ່າວປະຊາຊົນໄລຍະສັ້ນ
ເວລາອອກຂ່າວ: 2023-09-27 11:57:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6 | ຄວາມນິຍົມ:



ກົມ 213 ກະຊວງປ້ອງກັນປະເທດ, ໄດ້ຈັດພິທີປິດຊຸດອົບຮົມວິຊາສະເພາະວຽກງານສືບຂ່າວປະຊາຊົນ ໄລຍະສັ້ນປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ທີ່ຜ່ານມານີ້, ຢູ່ສະໂມສອນກອງພັນນ້ອຍ 415 ທະຫານແຂວງຫຼວງພະບາງ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຮອງຫົວໜ້າກົມ 213 ກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີກົມ 213, ພະນັກງານຄູອາຈານຊ່ຽວຊານຈາກ ສສ ຫວຽດນາມ, ອົງການ, ກົມກອງພະແນກການກ່ຽວຂ້ອງ ແລະນັກຝຶກອົບຮົມຈາກກຳລັງຫຼວງ - ກໍາລັງທ້ອງຖິ່ນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແພງ ຫຼວງລາດ ຮອງຫົວໜ້າຫ້ອງເສນາທິການ, ກົມ 213 ກະຊວງປ້ອງກັນປະເທດໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ການອົບຮົມວິຊາສະເພາະວຽກງານສືບຂ່າວປະຊາຊົນ ໄລຍະສັ້ນ ປະຈໍາປີ 2023, ໄດ້ດຳເນີນມາເປັນເວລາ 90 ວັນ, ໃນນີ້ມີພະນັກງານຈາກກຳລັງຫຼວງ - ກໍາລັງທ້ອງຖິ່ນເຂົ້າຮ່ວມ 25 ສະຫາຍ, ການອົບຮົມໄດ້ຄົ້ນຄ້ວາເຊື່ອມຊຶມທິດສະດີ, ຫຼັກການ ແລະ ປະຕິບັດພາກສະໜາມ 9 ຫົວບົດທີ່ສຳຄັນ, ຜ່ານການອົບຮົມສາມາດຕີລາຄາຂັ້ນເກັ່ງມີ 9 ສະຫາຍ, ກວມເອົາ 36%, ກາງມີ 16 ສະຫາຍ, ກວມ 64%, ສະເລ່ຍທັງໝົດກວມເອົາ 100%. ການໂອລົມປະທານພິທີໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມແຕ່ລະສະຫາຍ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍມູນເຊື້ອກອງທັບປະຕິວັດ, ນ້ຳໃຈເສຍສະຫຼະ, ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ອັນມີກຽດ, ເຊີດຊູນ້ຳໃຈຮັກເຊື້ອແພງຊາດ ແລະ ຮັກບ້ານເກີດເມືອງນອນຂອງຕົນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງກຳລັງອິດທິປໍລະປັກ ແລະພ້ອມກັນນຳເອົາເນຶ້ອໃນຈິດໃຈບັ້ນຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງສອດຄ່ອງ, ມີຄວາມຮັບຜິດຊອບຕາມພາລະບົດບາດ, ສິດ ແລະ ໜ້າທີ່, ແນໃສ່ຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມເປັນລະບຽບຮ້ອຍ ແລະ ສະຫງົບປອດໄພປະກອບສ່ວນອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ. ຂ່າວ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ