ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຮອງກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງອັດຕະປື
ເວລາອອກຂ່າວ: 2023-09-27 12:04:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 16 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ທີ່ຜ່ານມານີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງຫຼວງອັດຕະປື, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ - ຄະນະບັນຊາ 5 ຫ້ອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ການລົງມາເຄື່ອນໄຫວພົບປະໂອ້ລົມໃນຄັ້ງນີ້, ສະຫາຍໄດ້ເນັ້ນຫຼາຍບັນຫາທີ່ສຳຄັນໃຫ້ແກ່ຄະນະພັກ - ຄະນະບັນຊາກອງບັນຊາການທະຫາແຂວງອັດຕະປື, ຕ້ອງພ້ອມກັນເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງກຳລັງອາວຸດໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃຫ້ຄວາມໄວ້ເນື້ອເຊື່ອໃຈຕະຫຼອດມາ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນໃນການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີໝາກຜົນດີກວ່າເກົ່າ, ເຊີດຊູສະຕິລະວັງຕົວ ແລະ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ,ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງບັນຊາ, ປັບປຸງກຳລັງປະເພດຕ່າງໆໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ຖືເອົາຄວາມສາມາດດ້ານວິຊາສະເພາະຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ ມີແບບແຜນໃນການອົບຮົມ-ຫັດແອບທາງດ້ານສິລະປະຍຸດ- ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານ ໃນການປັບປຸງລະບົບການຈັດຕັ້ງ ອົບຮົມ-ຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກ້ວາງຂວາງ ເພື່ອເຮັດໃຫ້ເຂົາເຈົ້າສາມາດເຮັດລ້ອນໜ້າທີ່ໃນການປົກປັກຮັກສາ ທ້ອງຖິ່ນຂອງຕົນ, ປະຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງພັກຢ່າງແຂງແຮງ ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ເປັນຕົ້ນ ແມ່ນກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງປະກອບອາວຸກຂອງພວກເຮົາ ເວົ້າລວມ, ເວົ້າສະເພາະກອງບັນຊາການທະຫານແຂວງອັດຕະປື ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ໃຫຍ່ຫຼວງກວ່າເກົ່າ ຂ່າວ - ພາບ ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ