ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ວນກ ຕ້ອນຮັບຄະນະຊ່ຽວຊານຈີນ ມາປະຈຳຢູ່ວິທະຍາຄານ
ເວລາອອກຂ່າວ: 2023-09-27 12:09:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8 | ຄວາມນິຍົມ:



ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ຈັດພິທີຕ້ອນຮັບຄະນະຊ່ຽວຊານຈີນຊຸດໃໝ່ທີ່ຈະມາປະຈຳຢູ່ວິທະຍາຄານ ໃນວັນທີ 26 ກັນຍາ 2023 ທີ່ຜ່ານມານີ້, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານ ນາຍທະຫານບົກ ກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ ມີບັນດາພະແນກການທີ່ກ້ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ຫົວໜ້າການເມືອງ ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການມາເຮັດວຽກຂອງສະຫາຍພັນເອກ ຊຽວໜານ ຫົວໜ້າຊ່ຽວຊານຈີນ ພ້ອມດ້ວຍຄະນະທີ່ເດີນທາງມາປະຈຳຢູ່ ວນກໃນຄັ້ງນີ້ ພ້ອມທັງລາຍງານກ່ຽວກັບຈຸດພິເສດທີ່ຕັ້ງພາລະບົດບາດຂອງກົມກອງນັບແຕ່ມື້ສ້າງຕັ້ງໂຮງຮຽນຈົນມາເປັນ ວິທະຍາຄານ ນາຍທະຫານບົກກົມມະດຳ ໃນປະຈຸບັນ, ເຊີ່ງວິທະຍາຄານແຫ່ງນີ້ເປັນບ່ອນເບົ້າຫຼໍ່ຫຼອມກໍ່ສ້າງນາຍທະຫານບັນຊາ-ນຳພາ,ໃຫ້ແກ່ກຳລັງຫຼວງ ແລະ ກຳລັງທ້ອງຖີ່ນໃນທົ່ວປະເທດ ຕະຫຼອດໄລຍະຜ່ານມາ ວນກ ໄດ້ຮັບການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນ ເປັນຕົ້ນແມ່ນໄດ້ຮັບຊ່ຽວຊານຈີນມາຝຶກອົບຮົມຊ່ວຍສ້າງໂຄງການຫຼັກສູດການຮຽນ-ການສອນ ແລະ ສ້າງຕຳລາສິດສອນໃຫ້ແກ່ 16 ຄະນະວິຊາຄູ, ພ້ອມນັ້ນແຕ່ລະປີຍັງໄດ້ໃຫ້ຖືນແກ່ພະນັກງານ, ຄູ-ອາຈານໄປສືກສາຮ່ຳຮຽນບຳລຸງກໍ່ສ້າງຢູ່ບັນດາໂຮງຮຽນ ແລະ ວິທະຍາຄານຕ່າງໆຂອງກອງທັບປົດປ່ອຍປະຊາຊົນຈີນຕື່ມອີກ ເຊີ່ງທັງໝົດເຫຼົ່ານັ້ນມັນໄດ້ສະແດງເຖິງການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດເວົ້າລວມເວົ້າສະເພາະແມ່ນສ້າງພະນັກງານຮຸ່ນສຶບທອດໃຫ້ມີຄຸນນະພາບທີ່ດີຂອງກອງທັບປະຊາຊົນລາວ. ໂອກາດດຽວກັນ ຕາງໝ້າໃຫ້ໃຫ້ຄະນະຊ່ຽວຊານຈີນ ໄດ້ກ່າວສະແດງຄວາມຂອບໃຈມາຍັງຫົວໝ້າການເມືອງ ວິທະຍາຄານ ນາຍທະຫານບົກ ກົມມະດຳ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຈີນຂອງພວກເຮົາຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຕາມແຜນການທີ່ວາງໄວ້ ພ້ອມກ່າວອວຍພອນໄຊອັນປະເສີດມາຍັງການນຳ ພ້ອມຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງພ້ອມກັນເຮັດສຳເລັດໃນໜ້າທີ່ວຽກງານການເມືອງທີ່ຂັ້ນເທິງພັກ-ລັດ ມອບໝາຍໃຫ້ພ້ອມທັງສືບຕໍ່ສາຍພົວພັນມິດຕະພາບທີ່ດີ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄື ສອງກອງທັບລາວ-ຈີນຕະຫຼອດໄປ. ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ