
ຫົວໜ້າກົມຄຸ້ມຄອງລົດ-ເຮືອ ມອບອຸປະກອນສ້ອມແປງພາຫະນະເຕັກນິກໃຫ້ກອງພັນໃຫຍ່ 605
ເວລາອອກຂ່າວ: 2023-09-27 12:13:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6 | ຄວາມນິຍົມ:
ໃນວັນທີ 25 ກັນຍາ 2023 ທີ່ຜ່ານມານີ້, ກອງພັນໃຫຍ່ 605 ໄດ້ຮັບອຸປະກອນສ້ອມແປງພາຫະນະເຕັກນິກ(ລົດ)ໂດຍການມອບຂອງສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ກໍາມະການຄະນະພັກກົມໃຫຍ່ຫົວໜ້າກົມຄຸ້ມຄອງລົດ-ເຮືອກົມໃຫຍ່ເຕັກນິກກອງທັບຄະນະກວດກາຕີລາຫຍຸບລົດຂັ້ນ 5 ພ້ອມຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັອ ປະເສີດ ທ່ຽງທໍາ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່ 605 ພ້ອມຄະນະ ແລະ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການລົງມາມອບເຄື່ອງໃນຄັ້ງນີ້ກໍ່ແມ່ນອີງຕາມທິດຊີ້ນໍາຂອງຫົວໜ້າຄະນະກວດກາຕີລາຄາຫຍຸບລົດຂັ້ນ 5 ຂອງກະຊວງປ້ອງກັນປະເທດ ຄັ້ງວັນທີ 18 ກັນຍາ 2023 ໄດ້ເຫັນດີເປັນເອກະພາບໃນກອງປະຊຸມຂອງຄະນະກວດກາຕີລາຄາສະຫຼຸບລົດຂັ້ນ 5 ແລະ ເຫັນດີເປັນເອກະພາບມອບເຄື່ອງອຸປະກອນສ້ອມແປງໃຫ້ກອງພັນໃຫຍ່ 605 ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ປໍ້າລົມ + ຫົວສູບ 1 ຊຸດ, ຕູ້ສາກ + ຈີ້ສະຕາດ 1 ຊຸດ, ຕູ້ສາກ MAKITA60V60A 1 ເຄື່ອງ, ບັອກໄຂລໍ້ດ້ວຍມື 3800NM 1 ຊຸດ, SUMO(98850)ບັອກລົມໃຫຍ່ 1 ຊຸດ, MO-70 ເຕົ້າໂປ່ມລີ່ນດ້ວຍລົມ 1 ເຄື່ອງ ແລະ ອຸປະກອນສ້ອມແປງອື່ນໆອີກລວມທັງໝົດ 31 ລາຍການ, ລວມມູນຄ່າທັງໝົດ 34,520,000 ກີບ.
ທັງນີ້ ກໍ່ເພື່ອເປັນການຊຸກຍູ້ປະກອບສ່ວນເຮັດໃຫ້ວຽກງານສ້ອມແປງພາຫະນະເຕັກນິກລົດຂອງກົມກອງໃຫ້ໄດ້ມີຄຸນນະພາບສູງ ເພື່ອສ້າງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງໃນຕໍ່ໜ້ານີ້ໃຫ້ມີຂະບວນຝົດຝື້ນ.
ຂ່າວໂດຍ: ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ