ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ສາງ ອ6 ເປີດບັ້ນດໍາເນີນຊີວິດການເມືອງ 2023 ແລະ ປະກາດຮັບຮອງຄະນະພັກຮາກຖານ ຊຸດໃໝ່
ເວລາອອກຂ່າວ: 2023-09-27 12:21:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 25-26 ກັນຍາ 2023 ນີ້ ສາງອ6 ໄດ້ເປີດບັ້ນດໍາເນີນຊີວິດການເມືອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບະຊາຊົນລາວ ຄົບຮອບ 75 ປີ ພ້ອມທັງ ອົບຮົມການເມືອງແນວຄິດປະຈໍາປີ 2023 ແລະ ປະກາດຮັບຮອງຄະນະພັກຮາກຖານຊຸດໃໝ່ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ຄາມ ສະເຫຼີມສັກ ເລຂາ ຄະນະພັກ, ຫົວໜ້າການເມືອງ ສາງອ6 ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ-ສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນອ່ານມະຕິຕົກລົງຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ສະບັບເລກທີ 962/ຄພກຕນ ລົງວັນທີ 15 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກໍາມະການຄະນະພັກຮາກຖານ ສາງອ6, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI , ໝວດທີ 11, ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດເປັນກໍາມະການໜ່ວຍພັກ. ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄາມ ສະເຫຼີມສັກ ຫົວໜ້າການເມືອງ ເປັນເລຂາຄະນະພັກ, ສະຫາຍ ພັນຕີ ຈັນທະວີ ພົງຈິດ ຫົວໜ້າການທະຫານ ເປັນຮອງເລຂາຄະນະພັກພັກ, ສະຫາຍ ພັນຕີ ຄໍາຄອນ ພົມມາລາ ຮອງຫົວໜ້າການເມືອງ ເປັນກໍາມະການກວດກາ-ປ້ອງກັນ, ສະຫາຍ ຮ້ອຍເອກ ສົມຄິດ ຈັນດາລາ ຮອງຫົວໜ້າການທະຫານ ເປັນກໍາມະການໂຄສະນາ-ອົບຮົມ, ພັນຕີ ແອ ພົມສະຫວັດ ຫົວໜ້າພະແນກພະລາ ເປັນກໍາມະການ-ການຄັງ. ໃນໂອກາດດັ່ງກ່າວນີ້ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກຊຸດໃໝ່ຂອງຄະນະພັກຮາກຖານ ສາງ ອ6 ໃຫ້ພ້ອມກັນເອົາໃຈໃສ່ຄົ້ນຄ້ວາກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ມະຕິຄໍາສັ່ງ ແລະ ຈຸດປະສົງລະດັບຄາດໝາຍຂອງຂັ້ນເທິງ, ບົນພື້ນຖານນັ້ນຊອກທຸກວິທີທາງຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ເກີດດອກອອກຜົນຕົວຈິງຢູ່ກົມກອງຂອງຕົນ, ພ້ອມກັນນັ້ນກໍ່ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຕົນໃຫ້ດີຂຶ້ນ, ສ້າງຄວາມສາມັກຄີພາຍໃນເປັນປຶກແຜ່ນ, ມີສະຕິຕໍ່ການຈັດຕັ້ງ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນວິຊາການຕ່າງໆ ແລະ ຍາດແຍ່ງເອົາຄວາມຮູ້ນໍາວິຊາການຕ່າງປະເທດໃຫ້ມີຄວາມສໍານິສໍານານຂຶ້ນສາມາດເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ. ພາຍຫຼັງສໍາເລັດການປະກາດຮັບຮອງຄະນະຮາກຖານຊຸດໃໝ່ແລ້ວ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ເປັນຕົ້ນແມ່ນຄໍາແນະນໍາຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 4412/ກມທ ລົງວັນທີ 23/6/2023 ວ່າດ້ວຍການເປີດບັ້ນດໍາເນີນຊີວິດການເມືອງທົ່ວກອງທັບໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອງ 75 ປີ ແລະ ຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 6118/ກມທ ລົງວັນທີ 2/11/2022 ກ່ຽວກັບການອົບຮົມການເມືອງ-ແນວຄິດ ປະຈໍາປີ 2023. ຈາກນັ້ນ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ກໍ່ໄດ້ບັນຍາຍການເຊື່ອມຊຶມເອກະສານ ເພື່ອເປັນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ສາງອ6 ເຫັນໄດ້ທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວຕະຫຼອດ 75 ປີທີ່ຜ່ານມາ ແລະ ພ້ອມທັງເນັ້ນໜັກໃຫ້ນາຍ ແລະ ພົນທະຫານ ເອົາໃຈໃສ່ຕັ້ງຫນ້າຝຶກຝົນຫອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄວາມໝາຍ, ຄວາມສໍາຄັນ ແລະ ເນື້ອໃນທີ່ຕ້ອງໄດ້ຝຶກຝົນຫລໍ່ຫລອມຕົນເອງ ແລະ ປັບປຸງແບບແຜນວິທີເຮັດວຽກໃນໄລຍະໃໝ່ພ້ອມດຽວກັນນັ້ນ, ກໍ່ເປັນການປັບປຸງທາງດ້ານຄຸນທາດການເມືອງໃຫ້ພະນັກງານ ນັກຮົບມີຄຸນ ສົມບັດສິນ ທຳປະຕິວັດ, ມີຄວາມຈົງຮັກພັກດີ, ຕໍ່ປະເທດຊາດ, ຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ດຳລົງຊີວິດປອດໃສ ເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ຕໍ່ອຸດົມການສັງຄົມນິຍົມເຮັດສຳເລັດ ໜ້າທີ່ການເມືອງ ຂອງຕົນໃນໄລຍະໃໝ່ ເຊິ່ງບາງຕອນສະຫາຍໄດ້ກ່າວວ່າ ຄຸນສົມບັດສິນທຳປະຕິວັດແມ່ນແບບແຜນການເຄື່ອນໄຫວ, ດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ໝາຍຄວາມວ່າຄຸນສົມບັດນັ້ນແມ່ນຄວາມຮູ້ສຶກຕື່ນຕົວກ່ຽວກັບອຸດົມການ, ຄວາມຊື່ສັດສຸດຈະລິດ, ຄວາມຈົງຮັກພັກດີຂອງ ພະນັກງານ, ສະມາຊິກພັກຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ, ຮູ້ແຈ້ງໃຜເປັນມິດ, ໃຜເປັນສັດຕູ, ມີຄວາມຮັບຜິດຊອບສູງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຕັດສິນໃຈເຮັດຫຼ້ອນ ໜ້າທີ່, ຕັ້ງໜ້າປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ, ມີມານະຈິດຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆ, ຍອມເສຍສະຫລະເພື່ອປະເທດຊາດ, ເດັດດ່ຽວຕໍ່ສູ້ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ຕ້ານການຍັກຍອກສໍ້ໂກງ, ສໍ້ລາດບັງຫຼວງຢ່າງຕັ້ງໜ້າ ຈິງຈັງ, ມີສະຕິຕໍ່ການຈັດຕັ້ງ, ລະຽບວິໄນຢ່າງເຂັ້ມງວດ, ມີການພົວພັນຢ່າງສະຫນິດແໜ້ນ ແລະ ກວ້າງຂວາງກັບມະຫາຊົນ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ດໍາລົງຊີວິດແບບປອດໃສຂາວສະອາດ, ມີນໍ້າໃຈຮັກຊາດ ຮັກລະບອບໃໝ່. ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດແມ່ນການສ້າງໃຫ້ພະນັກງານ-ນັກຮົບມີຄວາມຕັ້ງໜ້າບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນບັນດາເຜົ່າໃຫ້ນັບມື້ນັບສູງຂຶ້ນ ສະນັ້ນ, ມັນຈຶ່ງມີຄວາມສໍາຄັນທີ່ສຸດໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ສໍາລັບພະນັກງານ-ນັກຮົບ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ, ຖ້າຄົນທີ່ຂາດຄຸນສົມບັດ, ຂາດສິນທໍາປະຕິວັດ, ຂາດຄວາມຈົງຮັກພັກດີ, ບໍ່ມີຄວາມຊື່ສັດ, ບໍ່ມີອຸດົມການທີ່ຖືກຕ້ອງແລ້ວເຖິງຈະມີຄວາມສາມາດສູງພຽງໃດກໍ່ຕາມ ຈະບໍ່ມີຄຸນປະໂຫຍດຫຍັງ. ຄືດັ່ງປະທານໂຮຈິມິນ ເວົ້າວ່າ: " ໄມ້ຄົດເອົາໄວ້ເຮັດຂໍ, ເຫຼັກງໍເອົາໄວ້ເຮັດກ່ຽວ, ຄົນຄົດລ້ຽວບໍ່ມີໄດ້ປະໂຫຍດຫຍັງ".



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ