ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງປະຊຸມຄົບຄະນະບໍລິຫານງານພັກອົງການຫ້ອງການກະຊວງ
ເວລາອອກຂ່າວ: 2023-09-27 14:46:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2023 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງ ຄັ້ງທີ X ສະໄໝທີ V ປະຈຳໄຕມາດທີ່ III ປີ 2023 ແລະ ທິດທາງແຜນການປະຈຳໄຕມາດທີ່ IV ປີ 2023 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ມີບັນດາຄະນະບໍລິຫານງານພັກ, ຫ້ອງວ່າການເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກໍາມະການຄະນະປະຈໍາພັກກະຊວງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະພັກອົງການຫ້ອງວ່າການກະຊວງ ປະຈຳໄຕມາດທີ່ III ແລະ ທິດທາງແຜນການປະຈຳໄຕມາດທີ່ IV 2023 ໂດຍໄດ້ຍົກໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາ ແຕ່ລະກົມ, ຫ້ອງ, ກອງ, ບັນດາບໍລິສັດ ລັດວິສາຫະກິດ ໄດ້ເປັນເຈົ້າການ ເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດມະຕິ-ຄຳສັ່ງ ຂອງກົມໃຫ່ຍເສນາທິການ ກ່ຽວກັບການປະຕິບັດລະບອບປະຈຳການ, ການກຽມພ້ອມສູ້ຮົບໃນແຕ່ລະພາວະ ແລະ ປ້ອງກັນທີ່ຕັ້ງສຳຄັນຕ່າງໆ, ສຳນັກງານອົງການ, ປ້ອງກັນການນໍາຂັ້ນສູງ, ຕິດຕາມ-ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຂອບເຂດຄວາມຮັບຜິດຊອບໄດ້ເປັນຢ່າງດີ ຊີ້ນຳບັນດາສະຫາຍພະນັກງານທີ່ໄດ້ຮັບ ມອບໝາຍໜ້າທີ່ຊ່ວຍຄະນະນໍາກະຊວງເຮັດວຽກງານ ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ໄດ້ເອົາໃຈໃສ່ຄົ້ນຄ້ວາ-ກວດການິຕິກຳຕ່າງໆ, ຄົ້ນ ຄ້ວາແຜນພັດທະນາຮ່ວມກັບຄະນະຊີ້ນໍາພັດທະນາຊົນນະບົດຂອງກະຊວງປ້ອງກັນປະເທດ ແລະ ຄະນະຊີ້ນຳໂຄງການກໍ່ສ້າງພັດທະນາ ຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ສຸມໃສ່ຄົ້ນ ຄ້ວາຫັນບັນດາມະຕິຂອງສູນກາງພັກມາເປັນມະຕິຂອງຄະນະພັກກະຊວງ, ເປັນທິດທາງວຽກງານປ້ອງກັນຊາດ ຮ່າງບັນດາຄຳສັ່ງແນະນຳ, ແຈ້ງການ, ລາຍງານ, ບົດຄຳເຫັນ, ບົດໂອ້ລົມ, ບົດປາໃສຂອງ ຄະນະນໍາກະຊວງ ແລະ ຂອງການນຳພັກ-ລັດ, ກະກຽມເອກະສານຕ່າງໆໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ເປັນເຈົ້າການເກັບກຳ, ຄົ້ນຄ້ວາ, ວິໄຈສະພາບການເມືອງ-ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ລາຍງານຂັ້ນເທິງ, ສຸມໃສ່ຈັດຕັ້ງປະຕິບັດແນວທາງຕ່າງປະເທດຂອງພັກ ເປັນຕົ້ນແມ່ນ ການພົວພັນຮ່ວມມືລະຫວ່າງ ສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ການຮ່ວມມືຮອບດ້ານກັບກອງທັບບັນດາປະເທດເພື່ອນມິດຍຸດທະສາດ ( ຫວຽດນາມ, ຈີນ ແລະ ຣັດເຊຍ ), ພົວພັນຮ່ວມມືກັບກອງທັບບັນດາປະເທດໃນກຸ່ມອາຊຽນ, ພາກພື້ນ ແລະ ສາກົນ ສຸມໃສ່ຊີ້ນຳຫົວໜ່ວຍກົມເສດຖະກິດເປັນເຈົ້າການຄຸ້ມຄອງ, ຕິດຕາມບັນດາໂຄງການຮ່ວມມື ທຸລະກິດຕ່າງໆ, ການສັນຍາຈັດຊື້-ຈັດຈ້າງ, ການສ້າງບັນດານິຕິກຳເພື່ອແກ້ໄຂບັນຫາຕ່າງໆ. ໂດຍ: ວາດສະໜາ ພຸດທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ