
ສະຫະປະຊາຊາດໄຂກອງປະຊຸມ ຊຸດທີ 49 ກ່ຽວກັບບັນຫາສິດທິມະນຸດ
ເວລາອອກຂ່າວ: 2022-03-03 12:08:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239842921 | ຄວາມນິຍົມ:
ສໍານັກຂ່າວຫວຽດນາມນິວ ລາຍງານໃນວັນທີ 02 ມີນາ ນີ້ວ່າ: ໃນວັນທີ 28 ກຸມພາທີ່ຜ່ານມາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ເຊີແນວ, ປະເທດສະວິດ, ໄດ້ໄຂ
ກອງປະຊຸມປະຈຳປີຄັ້ງທີ 49 ສະພາສິດທິມະນຸດສະຫະປະຊາ
ຊາດ.
ທ່ານ ບຸຍແທັງເຊີນ ລັດ
ຖະມົນຕີກະຊວງການຕ່າງປະ ເທດຫວຽດນາມ ທັງເປັນຫົວ ໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ຜ່ານທາງອອນລາຍທີ່ກອງປະ ຊຸມຂັ້ນສູງຂອງຊຸດນີ້.
ໃນການກ່າວຄໍາເຫັນໄຂ ກອງປະຊຸມຄັ້ງດັ່ງກ່າວ, ທ່ານ ອັນໂຕນີໂອ ກູເຕີເຣດ ເລຂາທິ ການໃຫຍ່ສະຫະປະຊາຊາດ ໄດ້ ເນັ້ນໜັກວ່າ, ຄວາມບໍ່ສະເໝີ ພາບກ່ຽວກັບການສໍາຜັດກັບວັກ ຊີນກັນໂຄວິດ-19 ສະແດງອອກ ເຖິງການຖືເບົາຢ່າງຈະແຈ້ງທີ່ ສຸດສຳລັບສິດທິມະນຸດໃນທົ່ວ ໂລກ, ຍ້ອນເຫດນັ້ນ, ຕ້ອງຮັບ ປະກັນການສຳຜັດກັບວັກຊີນ ຢ່າງສະເໝີພາບ.
ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງ ໃຫ້ລັດຖະບານບັນດາປະເທດ, ບໍລິສັດການຢາ ແລະ ຄູ່ຮ່ວມມື ຕ້ອງໜູນຊ່ວຍດ້ານການເມືອງ ແລະ ການເງິນຢ່າງຮີບດ່ວນໃຫ້ ແກ່ຍຸດທະສາດສັກຊັກວັກຊີນທົ່ວ ໂລກຂອງອົງການອະນາໄມໂລກ (WHO) ເພື່ອແນໃສ່ໃຫ້ບັນລຸໄດ້ ເປົ້າໝາຍປະຊາຊົນໃນທົ່ວໂລກ 70% ໄດ້ຮັບການສັກວັກຊີນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ