ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ບຸນພະເຫວດ ຄືສັງຄົມແຫ່ງການແບ່ງປັນ
ເວລາອອກຂ່າວ: 2022-04-04 10:00:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239842511 | ຄວາມນິຍົມ:



ບຸນພະເຫວດ ຫຼື ບຸນມະຫາ ຊາດ ຖືເປັນປາງບຸນໃຫຍ່ຂອງ ຊາດລາວ ທີ່ເຄີຍປະຕິບັດກັນ ມາແຕ່ດົນນານ, ຈົນກາຍເປັນຮິດ ຄອງປະເພນີ ແລະ ວັດທະນະທຳ ອັນດີງາມຂອງຊາດ, ເຊິ່ງມີເລື່ອງ ລາວ ຫຼື ປະຫວັດຄວາມເປັນ ມາຕາມຄວາມເຊື່ອກ່ຽວກັບ ການສ້າງປາລະມີຂອງພະພຸດ ທະເຈົ້າໃນຊາດສຸດທ້າຍຂອງ ເພິ່ນກ່ອນຈະເປັນພະໂພທິສັດ ເຊິ່ງຖືເປັນວັນນະຄະດີຊັ້ນຍອດ ຂອງລາວພວກເຮົາ, ເປັນປິດສະ ໜາທຳທີ່ສັ່ງສອນສັງຄົມໃຫ້ຮູ້ ເຖິງບາບບຸນຄຸນໂທດ, ຈຳແນກໄດ້ ອັນຜິດອັນຖຶກ ສອນສັງຄົມໃຫ້ ຮູ້ຈັກການເສຍສະຫຼະແບ່ງປັນ, ການເສີມສ້າງຄວາມສາມັກຄີຮັກແພງເປັນອັນໜຶ່ງອັນດຽວ ກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສ້າງສາພັດທະ ນາປະເທດຊາດ ແລະ ພຸດດທະສາ ສະໜາໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມ ໄປພ້ອມໆກັນ. ການຈັດງານບຸນພະເຫວດໃນ ແຕ່ລະທ້ອງຖິ່ນ ອາດຈະແຕກຕ່າງ ກັນ ແຕ່ສວ່ນຫຼາຍແມ່ນຈະຈັດ ຂຶ້ນໃນເດືອນສີ່ລາວຂອງທຸກປີ, ເຊິ່ງເອີ້ນວ່າບຸນເດືອນສີ່ ກິນເຂົ້າ ປຸ້ນ ເອົາບຸນພະເຫວດ ຟັງເທດ ມະຫາຊາດ, ກ່ອນຈະຈັດຕັ້ງບຸນ ຢູ່ຕາມບ້ານຕ່າງໆກໍຈະມີການ ຫ້າງຫາກະກຽມ, ມີການປະດັບ ປະດາສະຖານທີ່ວັດວາອາຮາມ ໃຫ້ສະອາດຈົບງາມ ແລະ ເປັນ ລະບຽບຮຽບຮ້ອຍ ແຕ່ງເຄື່ອງບູຊາດ້ວຍວັດຖຸອື່ນໆຕາມຄວາມ ສະດວກ ແລະ ເໝາະສົມ. ນອກ ນັ້ນ, ກ່ອນມື້ຕັ້ງບຸນຕ້ອງໄດ້ບອກ ເລົ່າຊາວບ້ານໄກ້ ແລະ ມີການ ຢາຍໜັງສືຜູກໃຫ້ຫົວວັດຕ່າງໆ ເພື່ອໃຫ້ມາຮ່ວມນຳ ເຊິ່ງກິດຈະ ກຳຫຼັກໆໄດ້ແກ່ການເຊີນພະອຸ ປະຄຸດ, ການແຫ່ພະເຫວດເຂົ້າ ເມືອງ, ການຟັງເທສະໜາເລື່ອງ ພະເຫວດ ແລະ ພິທີການຕ່າງໆ ຕາມຄວາມສາມາດ ແລະ ເງື່ອນ ໄຂຂອງແຕ່ລະທ້ອງຖິ່ນ. ພາຍໃນງານ ຍັງມີການຄົບງັນ ສະແດງສິລະປະ-ວັນນະຄະດີ, ວາງສະແດງສິນຄ້າປະເພດ ຕ່າງໆ ເປັນຕົ້ນແມ່ນສິນຄ້າກະ ສິກຳ, ອຸດສາຫະກຳ, ອາຫານ, ເຄື່ອງນຸ່ງຫົ່ມ ແລະ ອຶ່ນໆທີ່ເປັນສີ ໄມ້ລາຍມື ແລະ ເອກະລັກຂອງ ແຕ່ລະທ້ອງຖິ່ນ, ແນໃສ່ເພື່ອສ້າງ ໃຫ້ງານມີສີສັນ ແລະ ໄວ້ຮອງຮັບ ໃຫ້ແກ່ຜູ້ຄົນຜູ້ມາຮ່ວມງານໄດ້ສຳ ຜັດ ແລະ ເລືອກຊື້ເລືອກຫາເອີ້ນ ວ່າ ໄດ້ທັງບຸນ ແລະ ສ້າງລາຍ ຮັບໃຫ້ແກ່ຫົວໜ່ວຍການຜະລິດ, ຄອບຄົວຕົວແບບໄປພ້ອມໆກັນ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ