ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ລາວ-ໄທ ປຶກສາຫາລື ເພີ່ມທະວີການຮ່ວມມືດ້ານການຄ້າ
ເວລາອອກຂ່າວ: 2022-04-04 10:02:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239842821 | ຄວາມນິຍົມ:



ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະ ກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າ ກອງປະຊຸມປຶກສາຫາລື ແບບ ທາງໄກກັບ ທ່ານ ຈຸລິນ ລັກສະ ນະວິສິດ ຮອງນາຍົກລັດຖະມົນ ຕີ ແລະ ລັດຖະມົນ ຕີວ່າການ ກະຊວງ ພານິດ ແຫ່ງ ຣາຊະ ອານາຈັກໄທ ພ້ອມຄະນະ ໃນ ວັນທີ 29 ມີນາ ຜ່ານມາ. ຈຸດປະສົງຂອງກອງປະຊຸມ ຄັ້ງນີ້, ແນໃສ່ການປຶກສາຫາລື ເພື່ອພ້ອມກັນປັບປຸງແກ້ໄຂ້ບັນ ຫາກ່ຽວກັບການຄ້າໃນໄລຍະ ຜ່ານມາ ແລະ ວຽກງານຈະຮ່ວມ ມືກັນໃນປີ 2022 ແລະ ໃນອະນາ ຄົດ, ລັດຖະມົນຕີກະຊວງ ອຄ ໄດ້ສະເໜີ 4 ບັນຫາ ຄື: 1. ຜັກ ດັນການເປີດດ່ານເພື່ອການຂົນ ສົ່ງສິນຄ້າລະຫວ່າງກັນ: ຂໍອະນຸ ມັດໃຫ້ ສປປ ລາວ ເປີດດ່ານທີ່ ປິດໄປຕາມມາດຕະການຄວບ ຄຸມ ໂຄວິດ-19 ໃຫ້ສາມາດຂົນ ສົ່ງສິນຄ້າລະຫວ່າງກັນໄດ້ ເພື່ອ ບັນລຸເປົ້າໝາຍເພີ່ມມູນຄ່າການ ຄ້າ 11.000 ລ້ານໂດລາ ໃນປີ 2025; 2. ອໍານວຍຄວາມສະດວກທາງ ດ້ານການຄ້າບໍລິເວນດ່ານຊາຍ ແດນ: ຂໍໃຫ້ ສປປ ລາວ ອຳນວຍ ຄວາມສະດວກໃນການຜ່ານພິ ທີການຂອງກົມພາສີປະຈຳດ່ານ ຊາຍແດນ ເຊັ່ນ: ສາມາດອະນຸມັດ ເອກະສານຮັບຮອງແຫຼ່ງກຳເນີດ ສິນຄ້າ ຫຼື ຟອມ ດີ (Form D) ໄດ້ໂດຍບໍ່ຕ້ອງຜ່ານກົມພາສີ ທີ່ ນະຄອນຫຼວງວຽງຈັນ ເຮັດໃຫ້ ຊັກຊ້າ ແລະ ຖ້າ ສປປ ລາວ ສາມາດເຊື່ອມຕໍ່ລະບົບຮັບ-ສົ່ງ ເອກະສານແບບເອເລັກໂຕຣ ນິກ (e-form D) ໄດ້ຕາມທີ່ ຕົກລົງກັນໄວ້ກັບອາຊຽນ (ASEAN Single Window) ຈະຊ່ວຍແກ້ໄຂບັນຫາດັ່ງກ່າວ ນີ້ໄດ້ເຊັ່ນກັນ; 3. ການແກ້ໄຂບັນຫາຈຸດປ່ອຍ ລົດຂົນສົ່ງສິນຄ້າຜ່ານແດນຊັກ ຊ້າ ບໍລິເວນດ່ານ ບໍ່ເຕ່ນ-ບໍ່ຫານ; 4. ລົດໄຟ ລາວ-ຈີນ: ຊ່ວຍອຳ ນວຍຄວາມສະດວກໃນການ ຂົນສົ່ງສິນຄ້າ ໂດຍສະເພາະໝາກ ໄມ້ຂອງໄທໄປ ສປ ຈີນ ໂດຍໃຊ້ ເສັ້ນ ທາງລົດໄຟ ໄທ-ລາວ-ຈີນ. ພ້ອມນີ້, ຍັງໄດ້ສະເໜີສົນທະ ນາແລກປ່ຽນ ແລະ ຂໍການແກ້ ໄຂຈາກຝ່າຍໄທ ເປັນຕົ້ນ 1. ການສົ່ງອອກສາລີໄດ້ຮັບ ຜົນກະທົບຈາກມາດຕະການທີ່ບໍ່ ແມ່ນພາສີຈາກຝ່າຍໄທ ນັບແຕ່ປີ 2010 ເປັນຕົ້ນມາ, ໄດ້ຖືກຈໍາກັດ ລະດູການໃນການນໍາເຂົ້າສາລີ ຈາກ ສປປ ລາວ ໂດຍກໍານົດການ ນຳເຂົ້າສາລີພຽງແຕ່ 7 ເດືອນ ຕໍ່ປີ, ເລີ່ມແຕ່ ວັນທີ 1 ກຸມພາ ຫາ ວັນທີ 31 ສິງຫາ ຂອງທຸກປີ ເຊິ່ງເປັນອຸປະສັກ ແລະ ເພີ່ມຕົ້ນ ທຶນໃຫ້ແກ່ຜູ້ປະກອບການຫຼາຍ ຂຶ້ນ ແລະ ໃນທີ່ສຸດຜູ້ປະກອບ ການກໍຫັນຈາກການປູກສາລີ ໄປປູກພືດອື່ນແທນທີ່ມີລາຍຮັບ ດີກວ່າ ແລະ ເຮັດໃຫ້ຜົນຜະລິດ ສາລີໜ້ອຍລົງ. ອີງຕາມສະຖິຕິການສົ່ງອອກ ສາລີໄປໄທ ແມ່ນນັບມື້ນັບໜ້ອຍ ລົງ, ໃນປີ 2013 ບັນລຸເຖິງ 126.903 ໂຕນ ເທົ່າກັບ 40.581.009 ໂດລາ, ປັດຈຸບັນ ເຫຼືອພຽງ 22.030 ໂຕນ ເທົ່າ ກັບ 2.670.900 ໂດລາ, ສະເໜີ ຝ່າຍໄທ ພິຈາລະນາຄືນ ຍົກເລີກ ການນຳໃຊ້ມາດຕະການດັ່ງກ່າວ ໂດຍໃຫ້ສອດຄ່ອງກັບເງື່ອນ ໄຂຂອງສັນຍາການດ້ານສິ້ນຄ້າ ອາຊຽນ, 2. ການນໍາເຂົ້າກາເຟເມັດດິບ ແລະ ກາເຟຂົ້ວຈາກລາວໄປໄທ ເຫັນວ່າມີກຳແພງທີ່ບໍ່ແມ່ນອັດຕາ ພາສີ ໂດຍສະເພາະແມ່ນການ ຈຳກັດປະລິມານທາງອ້ອມ ດ້ວຍ ການແບ່ງປັນໂຄຕ້ານຳເຂົ້າໃຫ້ ຜູ້ປະກອບການທີ່ມີເງື່ອນໄຂ ເຊິ່ງເຫັນວ່າ ບໍ່ທັນສອດຄ່ອງກັບ ເງື່ອນໄຂສັນຍາການຄ້າດ້ານສິນຄ້າອາຊຽນ ສະເໜີຝ່າຍໄທ ພິຈາລະນາ ແລະ ແກ້ໄຂຕາມທາງ ຄວນດ້ວຍ, 3. ສະເໜີຝ່າຍໄທ ຊ່ວຍແກ້ໄຂ ບັນຫາການນຳເຂົ້ານໍ້າມັນປາມ ຈາກປະເທດມາເລເຊຍ ຜ່ານ ແດນໄທ ເພື່ອນຳເຂົ້າ ສປປ ລາວ ໂດຍບໍ່ຈຳກັດປະລິມານ ແລະ ດ່ານທີ່ຈະນຳເຂົ້າ ແລະ ສົ່ງຕໍ່ມາ ສປປ ລາວ ເພື່ອເປັນການປະຢັດ ເວລາ ແລະ ຕົ້ນທຶນໃນການຂົນ ສົ່ງໃຫ້ພາກທຸລະກິດ. ສໍາລັບ ທ່ານ ຈຸລິນ ລັກສະ ນະວິສິດ ໄດ້ສະເໜີປຶກສາຫາລື ກ່ຽວກັບການເປີດດ່ານ ເພື່ອອໍາ ນວຍຄວາມສະດວກໃນການຂົນ ສົ່ງສິນຄ້າຄືນອີກ 9 ດ່ານປະເພ ນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ປິດລົງ ເນື່ອງຈາກສະພາບການລະບາດ ພະຍາດ ໂຄວິດ-19; ການແກ້ ໄຂບັນຫາຈຸດປ່ອຍລົດຂົນສົ່ງ ສິນຄ້າຜ່ານແດນຊັກຊ້າ ບໍລິເວນ ດ່ານບໍ່ເຕ່ນ-ບໍ່ຫານ ທີ່ມີການ ປ່ຽນຖ່າຍຫົວລາກລົດກ່ອນຜ່ານ ໄປຈີນ ເຊິ່ງທາງຝ່າຍລາວມີຫົວ ລາກລົດໜ້ອຍ ບໍ່ພຽງພໍກັບຄວາມ ຕ້ອງການຂອງບໍລິສັດເບື້ອງ ໄທ. ທັງສອງຝ່າຍໄດ້ຮັບຮູ້ບັນ ຫາເຊິ່ງກັນ ແລະ ກັນ ແລະ ຈະ ນໍາເອົາເນື້ອໃນຈິດໃຈຂອງກອງ ປະຊຸມຄັ້ງນີ້ ສະເໜີຕໍ່ຄະນະລັດ ຖະບານຂອງຕົນ ເພື່ອພິຈາລະ ນາແກ້ໄຂໃນຂັ້ນຕໍ່ໄປ. ຂໍ້ມູນໂດຍ: ກະຊວງ ອຄ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ