ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສະຫຼຸບວຽກງານຮອບດ້ານປະຈຳປີ
ເວລາອອກຂ່າວ: 2022-04-05 09:34:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239841528 | ຄວາມນິຍົມ:



ໃນວັນທີ 31 ມີນາ 2022 ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານຮອບດ້ານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະ ຈຳປີ 2022, ໂດຍເປັນປະທານ ຂອງ ສະຫາຍ ພັນເອກ ດຣ ໂພ ສະເດັດ ເສນາມູນຕີ ຫົວໜ້າການ ເມືອງ ສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ ທັບ, ມີຄະພັກ-ຄະນະບັນຊາ, ພະ ແນກການ, ພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຄຳປຸ່ງ ໄຊທະລາສີ ຮອງຫົວໜ້າການ ເມືອງ ສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ ທັບ ໄດ້ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີຄວາມເຂັ້ມແຂງ, ໜັກ ແໜ້ນ ເຊື່ອໝັ່ນຕໍ່ການນໍາພາ ຂອງພັກ-ລັດ ພ້ອມກັນເຮັດສໍາ ເລັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ; ວຽກງານ ວິຊາສະເພາະເຕັກນິກການແພດ ກັນພະຍາດ ໄດ້ເຮັດໜ້າທີ່ໃນການ ປ້ອງກັນພະຍາດໂຄວິດ-19, ໄດ້ ຮັບວັກຊີນ ຈຳນວນທັງໝົດ 67.160 ໂດສ, ເຊິ່ງປະກອບມີ ວັກຊີນ 5 ຊະນິດ, ໄດ້ສັກວັກຊີນ ໃຫ້ພະນັກງານ, ທະຫານ, ປະຊາ ຊົນ ທັງໝົດ 62.433 ເທື່ອຄົນ ທຽບໃສ່ຈຳນວນວັກຊີນທີ່ໄດ້ ຮັບສາມາດບັນລຸໄດ້ 92,96% ແລະ ໄດ້ສົ່ງພະນັກງານໄປຊ່ວຍ ໃນການສັກວັກຊີນຕ້ານໂຄວິດ- 19 ຢູ່ບັນດາຈຸດຕ່າງໆໃນຂອບ ເຂດນະຄອນຫຼວງວຽງຈັນ ຄື: ໂຮງໝໍສູນກາງ 103, ວັດຈີນ ແລະ ບັນດາຕົວເມືອງໃນນະຄອນ ຫຼວງວຽງຈັນໄດ້ 25.929 ເທື່ອ ຄົນ. ນອກນັ້ນ, ຍັງສີດຢາທຳ ລາຍຍຸງໂຕແກ່ໄດ້ 29 ກົມກອງ ແລະ 89 ຄອບຄົວລວມເນື້ອທີ່ ທັງໝົດ 5.720.400 ຕາແມັດ ແລະ ສັກຢາຕ້ານພະຍາດອື່ນໆ ລະດູການໄດ້ 313 ເທື່ອຄົນ. ໂດຍ: ພອນສັກ ວົງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ