ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ທັນວາ 2023



ເມືອງຄອບ ມອບ-ຮັບວຽກງານປຸງແຕ່ງ ກະສິກໍາ-ປ່າໄມ້ຂັ້ນຕົ້ນ
ເວລາອອກຂ່າວ: 2022-04-05 09:35:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239841530 | ຄວາມນິຍົມ:



ເມືອງຄອບ ແຂວງໄຊຍະບູ ລີ ໄດ້ຈັດພິທີມອບ-ຮັບວຽກງານ ປຸງແຕ່ງກະສິກໍາ ແລະ ປ່າໄມ້ ລະ ຫວ່າງ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ, ຈັດຂຶ້ນຫວ່າງບໍ່ດົນມານີ້, ທີ່ຫ້ອງ ປະຊຸມຂອງຫ້ອງວ່າການປົກ ຄອງເມືອງ; ໂດຍໃຫ້ກຽດການ ເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງ ເມືອງຄອບ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ. ເພື່ອເປັນການປະຕິບັດຕາມ ດໍາລັດຂອງນາຍົກລັດຖະມົນ ຕີ ສະບັບເລກທີ 603/ນຍ ແລະ ສະບັບເລກທີ 604/ນຍ ວ່າດ້ວຍ ການເຄື່ອນໄຫວວຽກ ງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0274/ອຄ, ລົງວັນທີ 10 ມີນາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ສະ ບັບເລກທີ 3944/ກປ ວ່າ ດ້ວຍ ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ຫຼວງ ດັ່ງນັ້ນ ຫ້ອງການອຸດສາ ຫະກໍາ ແລະ ການຄ້າເມືອງ ຈຶ່ງໄດ້ມອບວຽກງານປຸງແຕ່ງກະ ສິກໍາ ແລະ ປ່າໄມ້ຂັ້ນຕົ້ນໃຫ້ຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ເປັນຜູ້ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ, ໃນພິ ທີໄດ້ລົງ ນາມບົດບັນທຶກການມອບ-ຮັບ ວຽກງານດັ່ງກ່າວຮ່ວມກັນເຊິ່ງ ຕາງໜ້າໂດຍ ທ່ານ ອຸດົມ ປັນ ຍາທອງ ຫົວໜ້າຫ້ອງການອຸດ ສາຫະກໍາ ແລະ ການຄ້າເມືອງ ແລະ ທ່ານ ສິດທິໂຊກ ແສງຈັນ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ໂດຍ: ທອງແກ້ວ ພອນມະລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ