
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງພັນປັດໄຈ
ເວລາອອກຂ່າວ: 2022-09-22 09:14:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:
ວັນທີ 16 ກັນຍາ 2022 ນີ້, ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາກອງພັນປັດໄຈ ກອງບັນຊາການທະຫານແຂວງຊຽງຂວາງ ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ສຸລິວົງ ທອງຄຳ ຫົວໜ້າ ການເມືອງກອງພັນປັດໄຈພ້ອມດ້ວຍຄະນະ ແລະ ໄດ້ລາຍງານສະ ພາບການລວມຂອງກົມກອງໂດຍຫຍໍ້.
ໂອກາດນີ້, ສະຫາຍຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ກໍໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນຕໍ່ການເຄື່ອນໄຫວເຮັດ ໜ້າທີ່ຂອງກອງພັນປັດໄຈ ເປັນ ຕົ້ນແມ່ນວຽກງານຂະຫຍາຍມູນ ເຊື້ອຂອງກົມກອງໃຫ້ເປັນໜ້າທີ່ຫຼັກຂອງ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບແຕ່ລະ ສະຫາຍ ເຊິ່ງແມ່ນຄວາມຈຳ ເປັນພາວະວິໄສທີ່ຈະຕ້ອງໄດ້ສຸມໃສ່ເຮັດລ້ອນທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຕື່ນຕົວປະກອບສ່ວນຫ້າວຫັນຕໍ່ ໜ້າທີ່ວຽກງານໂດຍພາຍໃຕ້ ການຊີ້ນາ-ນຳພາຂອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ເອົາໃຈໃສ່ສືກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກ ງານສະມາຊິກພັກ-ນັກຮົບໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ-ກຳແໜ້ນແນວທາງຂອງພັກ-ລັດ, ຮູ້ວິທີຈັດຕັ້ງ ແລະ ຜັນຂະຫຍາຍບັນດາແນວທາງ, ແຜນນະໂຍບາຍ, ລະ ບຽບກົດໝາຍ ຂໍ້ກຳນົດກົດລະ ບຽບ, ມະຕິຕ່າງໆຂອງກອງທັບ, ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ, ເອົາໃຈໃສ່ປັບ ປຸງແບບແຜນວິທີເຮັດວຽກ, ເສີມ ຂະຫຍາຍປະຊາທິປະໄຕເຮັດ ວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີ ຄວາມ ສາມັກຄີເປັນເອກະພາບ, ພະນັກ ງານຫຼັກແຫຼ່ງຕ້ອງມີຄວາມຮັບ ຜິດຊອບສູງໃນການຊີ້ນຳ-ນຳພາ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໂດຍຕິດພັນກັບ 5 ຫຼັກການ 3 ທິດນຳຂອງພັກ ຖືເອົາການປັບປຸງພັກສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເນັ້ນດ້ານປະລິມານ ແລະ ຄຸນ ນະພາບ, ສ້າງໃຫ້ໄດ້ພະນັກ ງານສືບທອດປ່ຽນແທນ, ເອົາໃຈໃສ່ວຽກງານອົບຮົມ-ຫັດແອບ ປັບ ປຸງລະບຽບແບບແຜນເຝິກຝົນກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານເປັນປົກກະຕິ ຕິດພັນກັບມູນເຊື້ອຂອງກົມກອງຫັນເຂົ້າສູ່ລະບຽບແບບແຜນໃຫ້ທັນສະໄໝ, ການກຽມພ້ອມສູ້ຮົບ ແລະສູ້ຮົບມີໄຊ ໄປຄຽງຄູ່ກັບວຽກງານແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະສ້າງພະລາທິການກັບທີ່ ໂດຍສຸມໃສ່ການປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າກົມກອງ ເຮັດໃຫ້ກົມ ກອງມີການພັດທະນາທີ່ດີຂຶ້ນ. ຈາກນັ້ນ, ກໍໄດ້ມອບເງິນ ແລະ ອຸປະກອນກິລາຈຳນວນໜຶ່ງ ລວມມູນຄ່າ 8 ລ້ານກີບໃຫ້ກອງ ພັນປັດໄຈ ຕື່ມອີກ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ