
ປະທານສະພາແຫ່ງຊາດ ຕ້ອນຮັບປະທານຄະນະມິດຕະພາບ ລັດຖະສະພາ ໄທ-ລາວ
ເວລາອອກຂ່າວ: 2022-09-22 09:16:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:
ຕອນບ່າຍວັນທີ 20 ກັນຍາ 2022 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈະເດັດ ອິນສະຫວ່າງ ສະມາຊິກວຸດທິສະພາ ປະທານກຸ່ມມິດຕະພາບ ລັດຖະສະພາໄທ-ລາວ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-24 ກັນຍາ 2022 ນີ້.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຕ້ອນຮັບ ຕໍ່ຄະນະປະທານຄະນະມິດຕະ ພາບລັດຖະສະພາ ໄທ-ລາວ ພ້ອມ ຕີລາຄາສູງຕໍ່ການຢ້ຽມຢາມລາວໃນເທື່ອນີ້ ເຊິ່ງເປັນການປະ ກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີງາມຖານບ້ານໃກ້ເຮືອນຄຽງລະຫວ່າງ ສອງປະ ເທດ ລາວ-ໄທ, ໄທ-ລາວ ໃຫ້ຈະ ເລີນງອກງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ແລະ ການພັດທະນາແບບຍືນຍົງ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວເຖິງ ທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນຣາດຊະດອນໄທ ແລະ ທ່ານ ພອນເພັດ ພິຊິດຊົນໄຊ ປະທານວຸດທິສະພາໄທ ແລະ ບັນດາການນຳຂອງລັດຖະສະພາໄທ, ພ້ອມຕີລາຄາສູງຕໍ່ຜົນຂອງການພົບປະສອງຝ່າຍ ລະຫວ່າງ ປະທານຄະນະມິດຕະພາບລັດຖະສະພາ ລາວ-ໄທ, ໄທ-ລາວ ຂອງສອງອົງການນິຕິບັນຍັດ, ແຈ້ງໃຫ້ຮູ້ມີແຜນການຈະເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ທີ່ລັດ ຖະສະພາໄທເປັນເຈົ້າພາບ ແລະ ສືບຕໍ່ຢ້ຽມຢາມຣາຊະອານາຈັກ ໄທ ຢ່າງເປັນທາງການ ໃນລະ ຫວ່າງວັນທີ 27-31 ຕຸລາ 2022. ພ້ອມທັງສະເໜີ ໃຫ້ສອງຄະນະ ສືບຕໍ່ຊຸກແລກປ່ຽນການຢ້ຽມ ຢາມ, ການໄປມາຫາສູ່ກັນ, ການສ້າງກິດຈະກຳທາງດ້ານວັດທະ ນະທຳ, ກິລາ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານເສດ ຖະກິດ, ການຄ້າ ແລະ ການລົງ ທຶນ; ສະເໜີໃຫ້ຄະນະມິດຕະພາບ, ລັດຖະສະພາສືບຕໍ່ເປັນຂົວຕໍ່ມິດ ຕະພາບ ທີ່ດີໃຫ້ແກ່ປະຊາຊົນ ສອງຊາດ.
ທ່ານ ຈະເດັດ ອິນສະຫວ່າງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ກຽດຕ້ອນຮັບ ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ລາຍງານຜົນຂອງການພົບປະສອງຝ່າຍຮ່ວມກັບທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດປະທານຄະນະມິດຕະພາບລັດຖະສະພາລາວ-ໄທ ແລະ ເຫັນພ້ອມກັບຂໍ້ສະເໜີທີ່ປະທານສະພາແຫ່ງຊາດລາວ ໄດ້ສະເໜີມານັ້ນ ແລະ ພ້ອມທີ່ ຈະສືບຕໍ່ເສີມຂະຫຍາຍສາຍພົວ ພັນການຮ່ວມມືໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ນອກຈາກນີ້, ຄະ ນະມິດ ຕະພາບລັດຖະສະພາໄທ-ລາວ ຍັງໄດ້ສືບຕໍ່ເຂົ້າພົບປະຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ຢ້ຽມຢາມໂຄງການສູນພັດທະນາ ແລະ ບໍລິການດ້ານກະເສດຫ້ວຍຊອນ-ຫ້ວຍຊົ້ວ, ໂຮງຮຽນວັດທະນະທຳຊົນເຜົ່າເດັກກຳພ້າຫຼັກ 67 ເມືອງໂພນໂຮງແຂວງວຽງຈັນ, ໂຮງຮຽນ ມສ ຊົນເຜົ່າ ເມືອງວັງວຽງ, ໂຮງຮຽນສາມັນກິນນອນຊົນເຜົ່າເມືອງວັງວຽງ, ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບມະຫາ ວິທະຍາໄລ ສຸພາ ນຸວົງ ໃນຫົວຂໍ້ການຮ່ວມມືດ້ານການສຶກສາ ແລະ ກິລານຳອີກ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ