
ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ເຄື່ອນໄຫວ ເຮັດວຽກຢູ່ກອງພັນໃຫຍ່ 102
ເວລາອອກຂ່າວ: 2022-09-22 10:56:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:
ໃນວັນທີ 14 ກັນຍາ 2022, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ກອງພັນໃຫຍ່ 102 ກອງພົນທີ 1, ນຳໂດຍ ສະຫາຍ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງ, ສະມາຊິກສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງຄະນະພັກ - ຄະນະບັນຊາກອງພັນໃຫຍ່ 102 ພ້ອມຄະນະ.
ສະຫາຍ ອິນປອນ ມະນີ
ແສງ ໄດ້ລາຍງານກ່ຽວກັບຜົນ ສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການພົວພັນຮ່ວມມືກັບສາກົນ ແລະ ການຈັດຕັ້ງ 2 ວາ ລະແຫ່ງຊາດ ໂດຍຖືເປັນບູລິມະສິດທີ່ສຳຄັນແຫ່ງຊາດ ກໍຄືການແກ້ໄຂຄວາມຫຍຸ້ງຍາກທາງດ້ານ
ເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ລັດຖະບານພວມເລັ່ງແກ້ໄຂ ເພື່ອໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມທັງໄດ້ໃຫ້ຮູ້ເຖິງທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນ ໃນການປະກອບສ່ວນທີ່ສຳຄັນ ເຂົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນລາວບັນດາເຜົ່າ ກໍຄືປະຊາຊົນຊາວແຂວງວຽງຈັນ ໄດ້ດຳລົງຊີວິດທີ່ປອດໃສຂາວສະອາດ.
ໂດຍ: ສົມບູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ