
ກົມການເງິນ ສະຫຼຸບການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2022
ເວລາອອກຂ່າວ: 2022-09-23 09:17:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:
ວັນທີ 22 ກັນຍາ 2022 ນີ້,
ກົມການເງິນກະຊວງປ້ອງກັນປະ
ເທດ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງພັກ ປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 , ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນຊູ ດວງຄຳມີ ກຳມະການຄະນະປະຈຳພັກກະ ຊວງປ້ອງກັນປະເທດ, ເລຂາຄະນະພັກຮາກຖານ ຫົວໜ້າກົມການເງິນ ກະຊວງປ້ອງກັນປະເທດ, ມີຄະນະພັກຮາກຖານ,ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ສີສະຫວັນ
ກົມມະເມືອງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມ ການເງິນກະຊວງປ້ອງກັນປະ ເທດ ໄດ້ຜ່ານບົດສະຫຼຸບການກໍ່ ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໃຫ້ຮູ້ວ່າ:
ຄະນະພັກຮາກຖານໄດ້ເອົາໃຈໃສ່ຊີ້ນຳ-ນຳພາປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ບົນພື້ນຖານປະຕິ ບັດຖືກຕ້ອງຕາມຫຼັກການຂອງພັກ, ເຄົາລົບຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ ຄະນະ, ແບ່ງໃຫ້ບຸກຄົນຮັບຜິດ ຊອບຢ່າງລະອຽດຈະແຈ້ງ, ສະ ມາຊິກພັກມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບຕໍ່ການນຳພາຂອງພັກ, ມີຄວາມບຸກບືນຫ້າວຫັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງໃນທຸກ ຂົງເຂດວຽກງານ, ມີສະຕິຕໍ່ການ
ຈັດຕັ້ງ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ນອກຈາກນີ້, ຄະນະພັກໄດ້ຖືເອົາການດຳ ເນີນຊີວິດການເມືອງຂັ້ນຈຸ, ຂັ້ນໜ່ວຍ ແລະ ສ່ອງແສງລາຍງານເປັນປົກກະຕິ ແລະ ໄດ້ເອົາໃຈໃສ່ນຳພາກົມກອງທຳການຜະລິດເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ຕາມທິດເພິ່ງ
ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ກົມກອງມີສວນ 1 ຕອນເນື້ອ ທີ່ 55,08 ເຮັກຕາ, ໄດ້ລ້ຽງງົວ ຈຳນວນ 71 ໂຕ, ລ້ຽງປາ 10.000 ໂຕ, ປູກຫຍ້າ 7 ເຮັກ ຕາ, ປູກຕົ້ນໄມ້ກິນໝາກ 200 ຕົ້ນ ແລະ ປູກຕົ້ນຢາງພາລາຈຳ ນວນ 2.226 ຕົ້ນ, ສັງລວມລາຍຮັບໄດ້ 40.000.000 ກີບຕໍ່ປີ. ກົມການເງິນຈັດຕັ້ງມີ 1 ຄະນະພັກຮາກຖານ, ມີ 5 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 76 ສະຫາຍ, ສະມາຊິກພັກສົມບູນ 75 ສະຫາຍ. ຜ່ານການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນໃນຊຸມປີຜ່ານມາ ສາມາດຕີລາຄາທັງ 5 ໜ່ວຍພັກເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 3 ຄັ້ງຕິດຕໍ່ກັນ ແລະ ຕີລາຄາສະມາຊິກພັກແຂງກວມເອົາ 100%.
ໂດຍ: ນາງ ຄຳປ໋ອກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ