
ທາບທາມຄວາມຄິດເຫັນໃສ່ຮ່າງລັດຖະບັນຍັດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ
ເວລາອອກຂ່າວ: 2022-09-23 09:32:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ກອງປະຊຸມທາບທາມຄວາມຄິດເຫັນໃສ່ຮ່າງ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ, ໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2022 ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຮອງລັດຖະມົນຕີບັນດາກະຊວງ, ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ຫ້ອງການກຳມະທິການສະພາແຫ່ງຊາດ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ໄດ້ຜ່ານຮ່າງລັດຖະບັນຍັດຂອງປະທານປະ ເທດ ວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ, ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015, ອີງຕາມກົດໝາຍ ວ່າດ້ວຍ ການປ້ອງກັນຊາດ ເລກທີ 67/ສພຊ, ລົງວັນທີ 11 ທັນວາ 2015, ປະທານປະເທດອອກລັດຖະບັນຍັດ ວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ປະກອບມີ IX ໝວດ, 36 ມາດຕາ ໂດຍໄດ້ກຳນົດບົດບັນ ຍັດທົ່ວໄປ, ເຂດຍຸດທະສາດປ້ອງກັນຊາດ, ເຂດການຄຸ້ມຄອງປົກປັກຮັກສາ, ຟື້ນຟູ, ເຂດການນຳໃຊ້, ຂໍ້ຫ້າມ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ຈາກນັ້ນບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງລັດຖະບັນຍັດດັ່ງກ່າວ ເປັນຕົ້ນແມ່ນບັນດາຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາເຂດຍຸດທະສາດປ້ອງກັນຊາດ, ຂອບເຂດພື້ນທີ່, ພູມີປະເທດ ແລະ ທຳມະຊາດ ໃຫ້ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຖືກຕ້ອງສອດຄ່ອງຕາມແຜນຍຸດທະສາດປ້ອງກັນຊາດ, ແນໃສ່ຮັບປະກັນຄວາມໝັ້ນຄົງຂອງຊາດ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ຕິດພັນ ກັບວຽກງານປ້ອງກັນຊາດ, ປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃຫ້ຈະເລີນຮຸ່ງ ເຮືອງ.
ໂອກາດນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ສັງລວມເອົາບັນດາຄຳຄິດເຫັນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜູ້ແທນກອງປະຊຸມ ທີ່ໄດ້ພ້ອມກັນສຸມສະຕິປັນຍາ ປະກອບຄຳຄິດເຫັນໃສ່ເນື້ອໃນຮ່າງກົດ ໝາຍສະບັບດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດໃຫ້ກອງປະຊຸມຄັ້ງນີ້ສຳເລັດດ້ວຍໝາກຜົນອັນຈົບງາມ.
ໂດຍ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ