
ແຂວງຄຳມ່ວນ ແລະ ແຂວງກວາງບິ່ງ ສືບຕໍ່ຮ່ວມມື ວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ຫວຽດນາມ
ເວລາອອກຂ່າວ: 2022-09-27 08:47:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:
ໃນວັນທີ 22 ກັນຍາ 2022 ຢູ່ທີ່ແຂວງຄຳມ່ວນ, ຄະນະປະຕິ ບັດງານພິເສດແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດກອງ ປະຊຸມພົບປະແລກປ່ຽນບົດຮຽນເພື່ອສືບຕໍ່ການຮ່ວມມືຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໃນຂອບເຂດພື້ນທີ່ແຂວງ ຄຳມ່ວນ, ເຊິ່ງຝ່າຍລາວນຳໂດຍ ສະຫາຍ ແກ້ວອຸດອນ ບຸດສິງ ຂອນ ຮອງເຈົ້າແຂວງແຂວງຄຳມ່ວນ, ຫົວໜ້າຄະນະປະຕິບັດງານພິເສດແຂວງຄຳມ່ວນ, ມີ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງຄຳມ່ວນ, ຮອງຫົວໜ້າຄະນະປະ ຕິບັດງານພິເສດແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ ປກຊ - ປກສ ແຂວງ, ຝ່າຍຫວຽດນາມນຳໂດຍ ສະຫາຍ ໂຮ່ ອານ ຟອງ ຮອງປະທານຄະນະກຳມະການປະຊາຊົນແຂວງ,ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງບິ່ງ, ມີ ສະຫາຍ ພັນເອກ ດິງ ຊັວນ ເຫືອງ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນທັງສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ ແລະ ລາຍງານສະພາບການຮ່ວມກັນໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ ເວົ້າລວມ, ເວົ້າສະເພາະ ໃນການຊອກຂຸດຄົ້ນ, ທ້ອນ ໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍ ສະຫຼະຊີວິດໃນປາງສົງຄາມໃນຂອບເຂດພື້ນທີ່ແຂວງຄຳມ່ວນ ປະຈຳລະດູແລ້ງ ປີ 2021 - 2022 ທີ່ຜ່ານມາ, ສາມາດຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ພື້ນທີ່ແຂວງຄຳມ່ວນ ແລະ ຈັດສົ່ງກັບຄືນປະ ເທດຫວຽດນາມຢ່າງສົມກຽດ ໄດ້ຈຳນວນ 17 ອັດຖິ. ສຳລັບທິດ ທາງແຜນການໃນຕໍ່ໜ້າແມ່ນ ຈະສືບຕໍ່ຂຸດຄົ້ນອັດຖິໃນສົກປີ 2022-2023 ທີ່ມີເປົ້າໝາຍສຳ ຄັນ ແມ່ນເລັ່ງໃສ່ການພົວພັນຮ່ວມມື ແລະ ສ້າງເງື່ອນໄຂອຳ ນວຍຄວາມສະດວກສືບຕໍ່ຂຸດຄົ້ນອັດຖິໃຫ້ສຳເລັດຕາມເປົ້າໝາຍ, ສືບຕໍ່ເອົາໃຈໃສ່ໂຄສະນາປຸກລະດົມໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ພໍ່ແມ່ປະ ຊາຊົນໃນແຕ່ລະຂັ້ນໃຫ້ມີສ່ວນ ຮ່ວມເປັນເຈົ້າການ ເພື່ອເປັນການ ສະໜອງຂໍ້ມູນໃນການຊອກຂຸດ ຄົ້ນອັດຖິໃນບັນດາເມືອງຕ່າງໆ ໃຫ້ຖືກຕ້ອງຕາມເປົ້າໝາຍ ທັງນີ້, ເພື່ອເປັນການແນໃສ່ເອື້ອອຳ ນວຍຄວາມສະດວກໃນການເຂົ້າມາປະຕິບັດໜ້າທີ່ໃຫ້ກອງປະຕິບັດງານພິເສດ 589 ສສ ຫວຽດ
ນາມ, ການຊອກຄົ້ນທ້ອນໂຮມອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ໃຫ້ໄດ້ຮັບປະສິດທິຜົນສູງ, ຈາກນັ້ນ ໄດ້ຜ່ານຂໍ້ຕົກລົງມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນແຂວງກວາງບິ່ງໃຫ້
ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນການຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍ ສະຫຼະຊີວິດໃນປາງສົງຄາມ ມີ 10 ກົມກອງລວມໝູ່ ແລະ ບຸກຄົນ ຈຳນວນ 15 ສະຫາຍ, ໂດຍແມ່ນ ສະຫາຍ ໂຮ່ ອານ ຟອງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວ ໜ້າຄະນະປະຕິບັດງານພິເສດ ແຂວງກວາງບິ່ງ ສສ ຫວຽດນາມ ເປັນຜູ້ມອບຢ່າງສົມກຽດ.
ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ພົວພັນຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ- ຫວຽດນາມ, ຫວຽດ ນາມ-ລາວ ເວົ້າລວມ, ເວົ້າສະ ເພາະສອງແຂວງຄຳມ່ວນ-ກວາງບິ່ງ ໃຫ້ມີຄວາມໝັ້ນຄົງທະໜົງແກ່ນຍິ່ງໆຂຶ້ນ ພ້ອມນັ້ນ ຄະນະຜູ້ແທນທັງສອງຝ່າຍຍັງໄດ້ມອບຂອງຂວັນເປັນທີ່ລະນຶກເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ວິໄລວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ