
ນັກທຸລະກິດຄົນທຳອິດທີ່ໄດ້ຮັບຫຼຽນນາມະຍົດວິລະຊົນແຮງງານແຫ່ງຊາດລາວ
ເວລາອອກຂ່າວ: 2022-09-27 08:54:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:
ເວົ້າໄດ້ວ່າເປັນນັກທຸລະກິດຄົນດຽວຄົນທຳອິດຂອງ ສປປ ລາວ ທີ່ໄດ້ຮັບຫຼຽນນາ ມະຍົດວິລະຊົນແຮງງານ, ເຊິ່ງ ເປັນນາມະຍົດສູງສຸດມອບ ໃຫ້ບຸກຄົນ ທັງເປັນຫຼຽນປະຫວັດ ສາດ ທີ່ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ທ່ານ ເກຍ ອູ໊ ສິດທິເດດ ນັກພັດທະນາດີ ເດັ່ນແຫ່ງຊາດ, ເຈົ້າຂອງໂຮງງານ ຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລ ມາຄຳ ແຂວງສະຫວັນນະເຂດ ທີ່ມີຜົນງານດີເດັ່ນ ໃນການມີ ສ່ວນຮ່ວມຊ່ວຍເຫຼືອປະຊາຊົນກັບ 2 ໂຄງການຄື “ການແກ້ໄຂລຶບລ້າງຄວາມທຸກຍາກຂອງປະຊາຊົນບ້ານຄຳປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈຳພອນ (2016-2018); ບ້ານຕະຍົງ ແລະ ບ້ານປະແນະ ຈຸດສຸມຕັງອາໄລ-ລະແບງ ເມືອງນອງ (2020) ແຂວງສະຫວັນນະເຂດ”.
ທ່ານ ເກຍ ອູ໊ສິດທິເດດ ເປັນຄົນເຊື້ອສາຍຈີນ, ເກີດເມື່ອວັນທີ 5 ກໍລະກົດ 1957 ທີ່ບ້ານທ່າໂຂ່ງ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການຈັດຕັ້ງປະຕິບັດໂຄງການຢູ່ ບ້ານຕະຍົງ ແລະ ບ້ານປະແນະ ຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ແມ່ນໄດ້ເລີ່ມຕົ້ນຈາກວັນທີ 13 ທັນວາ 2019 ທ່ານເຈົ້າແຂວງໄດ້ເປີດກອງປະຊຸມ ສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດແລະພັດທະນາ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ຂ້າພະເຈົ້າ ພ້ອມກັບ ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອຳນວຍການສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກສາຍໃຍສຳພັນ ຈິ່ງມີຄວາມສະໝັກໃຈເຂົ້າຮ່ວມ ນຳອົງການຈັດຕັ້ງ ຈຶ່ງໄດ້ເຊັນບົດບັນທຶກ ໃຫ້ການຊ່ວຍເຫຼືອປະຊາຊົນ 2 ບ້ານຄື: ບ້ານຕະ ຢົງ ແລະ ບ້ານປາແນະ ຢູ່ຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ໄດ້ໃສ່ຊື່ໂຄງການຮ່ວມໃຈສາຍໃຍໂລມາ ເຊິ່ງເປັນໂຄງການຮ່ວມກັນລະ ຫວ່າງນັກທຸລະກິດກັບພາກລັດແລະ ພາກປະຊາຊົນ ເພື່ອໃຫ້ການຊ່ວຍເຫຼືອ ປະຊາຊົນ 02 ບ້ານ ໂດຍອີງໃສ່ພື້ນຖານທ່າແຮງທີ່ປະຊາຊົນທີ່ມີຢູ່. ເປົ້າໝາຍແມ່ນເລັ່ງໃສ່ການສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນເພື່ອຈັດຫາແຫຼ່ງນ້ຳກິນ, ນ້ຳໃຊ້ ສຳລັບປະຊາຊົນ, ປະກອບມີ 138 ຄອບຄົວ, ພົນລະເມືອງ 901 ຄົນ ເພື່ອຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວໃຫ້ກັບພໍ່ແມ່ປະຊາຊົນໄດ້ມີແຫຼ່ງອາຫານ, ແຫຼ່ງລາຍຮັບ ເພື່ອກຸ້ມຢູ່ກຸ້ມກິນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແບບຍືນຍົງ(ຫຼີກລ່ຽງການຊ່ວຍເຫຼຶອແບບອຸປະຖຳ) ໂດຍເນັ້ນໃສ່ ໃຫ້ປະຊາຊົນປູກພືດປະສົມປະສານຫຼາຍຊະນິດ, ພືດ ໄລຍະສັ້ນ, ໄລຍະກາງ ຢູ່ໃນໄຮ່ປູກເຂົ້າ ດິນຕອນດຽວກັນທີ່ພວກເພິ່ນມີຢູ່ແລ້ວ.
ການຈັດຕັ້ງປະຕິບັດແມ່ນ ໄດ້ສະໜອງເຄື່ອງມືການຜະລິດກະສິກຳໃຫ້ແກ່ປະຊາຊົນຄອບຄົວ ໃນ ແລະນອກເປົ້າໝາຍທັງ 2 ບ້ານຈຳນວນ138 ຄອບຄົວໄດ້ເຮັດຝຸ່ນບົ່ມ, ຮ່າຍເບົ້າເຜາະເບ້ຍໄມ້, ເບ້ຍພືດ12 ຊະນິດ, ພືດໄລ ຍະສັ້ນ, ໄລຍະກາງ, ພ້ອມສອນໃຫ້ປະຊາຊົນ ແລະ ນ້ອງນັກຮຽນ ໄດ້ຮຽນຮູ້ການປູກ-ການລ້ຽງທີ່ຖືກວິທີ, ໃຫ້ແຕ່ລະຄອບຄົວເຮັດ ສວນປູກຜັກ, ໝາກເຜັດ, ໝາກ ເຂືອ, ຖົ່ວດິນ, ສາລີ, ໝາກນັດ, ໝາກກ້ວຍ, ມັນຕົ້ນ, ແຂມ, ຫວາຍ ແລະອື່ນໆ ໃສ່ໃນໄຮ່ປູກເຂົ້າຢູ່ດິນຕອນດຽວ, ສະໜອງສັດລ້ຽງໃຫ້ກັບປະຊາຊົນ ເຊັ່ນ: ໝູ, ໄກ່, ເປັດ, ປາຫຼາຍຊະນິດ, ໄດ້ກໍ່ສ້າງຝາຍນ້ຳລົ້ນເບຕົງເສີມ ເຫຼັກກັ້ນຫ້ວຍນ້ອຍ 2 ແຫ່ງ, ບ້ານປາແນະ1ແຫ່ງ ເກັບນ້ຳໄດ້ 22.000ມ3 ແລະບ້ານຕາຢົງ 1 ແຫ່ງ ເກັບນ້ຳໄດ້ 10.000ມ3; ຈົກໜອງສະໃຫຍ່ຂະໜາດ 100 x 100 x 2 ແມັດ ເກັບນ້ຳໄດ້ 20.000ມ3 ໃຫ້ບ້ານຕາຢົງ; ເຈາະສ້າງບາດານຈຳນວນ10ບໍ່, ໃຫ້ 5 ບ້ານ, ເຮັດຕາມຮູບແບບ ຂອງໂຄງການພັດທະນາຊົນນະ ບົດ, ໄດ້ປັບ 2 ຂຸມ ເຮັດເດີ່ນໂຮງ ຮຽນ, ນອກຈາກນັ້ນໄດ້ສົ່ງເສີມຫັດຖະກຳຕໍ່າຫູກແບບດັ້ງເດີມໂດຍນຳໃຊ້ກີ່ແອວ, ສ່ວນຜ້າແພທີ່ຕ່ຳໄດ້ທາງໂຄງການຮ່ວມໃຈສາຍໄຍໂລມາຄຳຮັບຊື້ໃຫ້ທັງໝົດ.
ໃນ 1 ປີ ຂອງໂຄງການ (2020), ທາງໂຄງການບັນລຸໄດ້ 4 ໜ້າວຽກໃຫຍ່ ແລະ56 ວຽກຍ່ອຍ, ນຳໃຊ້ເງິນຂອງໂຄງການ ຈຳນວນ 2 ຕື້ 3 ຮ້ອຍ ກວ່າລ້ານກີບ. ໄດ້ສ້າງພື້ນຖານໂຄງລ່າງຫຼາຍສິ່ງຫຼາຍຢ່າງປະ ກອບໃຫ້ກັບປະຊາຊົນທັງ 2 ບ້ານໄດ້ມີອາຊີບເພີ່ມຫຼາຍອັນເປັນຂອງຕົນເອງໃນການດຳລົງຊີວິດການເປັນຢູ່ໃຫ້ດີຂຶ້ນ,ໃນຕໍ່ໜ້າ ຈະເກີດມີພືດຫຼາຍໆ ຊະນິດເປັນ ແຫຼ່ງອາຫານ ແລະ ແຫຼ່ງລາຍໄດ້ ໃຫ້ປະຊາຊົນທັງສອງບ້ານ, ເປັນທາງເລືອກໃຫ້ປະຊາຊົນໄດ້ຖອຍຫ່າງອອກຈາກຄວາມຊິນເຄີຍ ຖາງປ່າເຮັດໄຮ່, ປູກເຂົ້າຢ່າງດຽວແບບເລື່ອນລອຍມາແຕ່ດົນ, ບໍ່ເຄີຍກຸ້ມກິນ ໃຫ້ພາກັນຫັນມາເຮັດສວນປູກພືດປະສົມປະສານ ຫຼາຍໆຊະນິດຕາມລະດູການ ເປັນອາຊີບຫຼັກແບບຍືນຍົງ.
ທ່ານ ເກຍ ອູ໊ສິດທິເດດ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ນຳພາປະຊາຊົນເຮັດຕົວຈິງມານັ້ນ ເກີດມີສິ່ງສາທາລະນຸປະໂພກ ທີ່ເກີດມາຈາກຄວາມຕ້ອງການຂອງປະຊາຊົນ, ຖືກກັບຈິດໃຈປະຊາຊົນ, ເກີດຜົນປະໂຫຍດກັບປະຊາຊົນຢ່າງແທ້ຈິງ. ພວກຂ້າພະເຈົ້າຂໍຢັ້ງຢືນຕໍ່ພັກ-ລັດວ່າ: ການມີສ່ວນຮ່ວມຂອງພວກຂ້າພະເຈົ້າທັງສອງຄົນ ກັບບັນດາອົງການຈັດຕັ້ງພັກ-ລັດຂັ້ນຕ່າງໆ ໃນການໃຫ້ຊ່ວຍເຫຼືອປະຊາຊົນ 02 ໂຄງການທີ່ຜ່ານມານັ້ນ ແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງອື່ນໃດແອບແຝງ, ສິ່ງທີ່ໄດ້ຈັດຕັ້ງປະຕິບັດທັງໝົດທີ່ກ່າວມານັ້ນມັນໄດ້ເກີດເປັນຮູບປະທຳ, ພຶດຕິກຳດັ່ງກ່າວເປັນການອະທິບາຍເຖິງຕົວຕົນຂອງພວກຂ້າພະເຈົ້າ.
ໃນນາມສ່ວນຕົວ ແລະ ໃນ ນາມຕາງໜ້າໃຫ້ໜ່ວຍງານໃນ ການຈັດຕັ້ງປະຕິບັດໂຄງການ, ພວກຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ມີສ່ວນຮ່ວມນຳອົງການຈັດຕັ້ງຂອງພັກ-ລັດ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຖິງແມ່ນວ່າຈະເປັນໂຄງການຂະໜາດນ້ອຍ, ມີ ມູນຄ່າບໍ່ຫຼາຍ, ເວລາກໍສັ້ນ, ແຕ່ ກໍແມ່ນນ້ຳໃຈຈາກຄວາມກະຕັນ ຍູໃນການປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ, ຕາມກຳລັງແຮງທາງດ້ານວັດ ຖຸ ແລະ ຈິດໃຈທີ່ມີຂອງພວກຂ້າພະເຈົ້າ ຕໍ່ກັບວຽກງານການສ້າງສາພັດທະນາປະເທດຊາດເວົ້າລວມ ເວົ້າສະເພາະແມ່ນການປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ເພືື່ອໃຫ້ປະເທດຊາດມີຄວາມຍືນຍົງໝັ້ນຄົງຖາວອນຕະຫຼອດໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ