
ທະຫານແຂວງສະຫວັນນະເຂດ ແລະ ຫ້ອງການ ພາສີແຂວງ ຈັດການແຂ່ງຂັນບານເຕະມິດຕະພາບ
ເວລາອອກຂ່າວ: 2022-09-29 08:32:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:
ກອງບັນຊາການທະຫານ ແຂວງສະຫວັນນະເຂດ ແລະ ຫ້ອງການພາສີແຂວງ ໄດ້ຈັດ ການແຂ່ງຂັນກິລາບານເຕະມິດ ຕະພາບ ຂຶ້ນໃນວັນທີ 22 ກັນຍາ ນີ້, ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໝ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ພົມມະຈັກ ສີພັນດອນ ຫົວໝ້າຫ້ອງການພາ ສີແຂວງສະຫວັນນະເຂດ ທັງເປັນຄະນະສະມາຄົມກິລາກ໊ອບແຂວງ.
ການແຂ່ງຂັນກິລາມິດຕະ ພາບຄັ້ງນີ້ ກໍເພື່ອສ້າງບັນຍາກາດເບີກບານມ່ວນຊື່ນຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ ກໍຄືຂອງກອງທັບ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນຕໍ່ໜ້ານີ້ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ທັງເປັນການສ້າງຄວາມສາມັກຄີຮັກແພງສະ ໜິດສະໜົມ ລະຫວ່າງກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ຫ້ອງການພາສີແຂວງນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດຈັດການແຂ່ງຂັນກິ ລາຄັ້ງນີ້, ສະຫາຍ ສົມສະໝຸກ ສີຫາຈັກ ປະທານບໍລິສັດ ລາວ ມຸງຄຸນກໍ່ສ້າງຈຳກັດໄດ້ມອບຕູ້ ລຳໂພງ 1 ຊຸດ ມູນຄ່າ 144.000 ບາດ( ສະກຸນເງິນໄທ) ໃຫ້ກອງບັນຊາການທະຫານແຂວງສະ ຫວັນນະເຂດ ແລະ ສະຫາຍ ພົມມະຈັກ ສີພັນດອນ ຫົວໜ້າຫ້ອງ ການພາສີແຂວງ ກໍໄດ້ໃຫ້ການຊ່ວຍເຫຼືອສ້ອມແປງລົດລວມ ຂອງກອງບັນຊາການທະຫານ ແຂວງລວມມູນຄ່າ 25.000.000 ກີບ.
ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກໍໄດ້ມອບໃບກຽດຕິຄຸນຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ໃຫ້ແກ່ປະທານບໍລິສັດ ລາວມຸງຄຸນກໍ່ສ້າງ ຈຳ ກັດ ແລະ ສະມາຄົມກິລາກ໋ອບແຂວງສະຫວັນນະເຂດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ກັບບໍລິສັດລາວມຸງຄຸນກໍ່ສ້າງ ແລະ ສະມາຄົມກິລາກ໋ອບຂອງແຂວງ, ທີ່ໄດ້ນຳເອົາວັດຖຸ ແລະ ປັດໄຈ ມາມອບໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ ໃນຄັ້ງນີ້ ພ້ອມທັງກ່າວສະແດງ ຄວາມຂອບໃຈຢ່າງສູງຕໍ່ສອງ ພາກສ່ວນທີ່ໃຫ້ການຊ່ວຍເຫຼືອທະຫານແຂວງ ອັນໄດ້ປະກອບ ສ່ວນເຮັດໃຫ້ກຳລັງປະກອບອາ ວຸດທ້ອງຖິ່ນແຂວງສະຫວັນນະ ເຂດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ.
ຂ່າວ: ໄຂຄຳ ໂອນທະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ