
ກອງພົນທີ 2 ທາບທາມສ້າງແຜນກຳນົດ ພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ
ເວລາອອກຂ່າວ: 2022-09-29 08:35:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:
ໃນລະຫວ່າງວັນທີ 26-28 ກັນຍາ 2022 ນີ້, ກອງພົນທີ 2 ໄດ້ຈັດກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2, ມີຜູ້ ຕາງໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ກອງພັນໃຫຍ່ ແລະ ກອງພັນນ້ອຍ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄຳເຫັນແນະນຳ ໃຫ້ບັນດາສະ ຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃຊ້ສິດປະ ຊາທິປະໄຕເຂົ້າໃນການທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງຄັ້ງນີ້, ພ້ອມທັງຍົກໃຫ້ເຫັນມາດຖານເງື່ອນ ໄຂຂອງຜູ້ຈະສະໝັກເຂົ້າເປັນພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ເພື່ອ ບັນຈຸເຂົ້າໃນແຜນກຳນົດພະນັກ ງານໃນຊຸມປີຕໍ່ໜ້າ. ຈາກນັ້ນ, ສະຫາຍ ພັນເອກ ວົງເພັດ ເພັງພານິດ ຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ຜ່ານບົດສະຫຼຸບຕີລາຄາແຜນການກຳນົດພະນັກງານນຳພາ-ບັນຊາ ຢູ່ກອງພົນທີ 2 ເຊິ່ງໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາກອງພົນ ໄດ້ຖືສຳຄັນການສ້າງແຜນກຳນົດພະນັກງານ ໂດຍປະຕິບັດຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.
ໄລຍະຜ່ານມາກອງພົນທີ 2 ໄດ້ປັບປຸງການຈັດຕັ້ງນຳພາ-ບັນຊາຂັ້ນກອງພົນ 5 ຄັ້ງ, ຂັ້ນອົງການ, ພະແນກການ 10 ຄັ້ງ, ກອງພັນໃຫຍ່ 3 ຄັ້ງ, ກອງພັນ ແລະ ກອງ ຮ້ອຍເອກະລາດ 27 ຄັ້ງ, ມີພະ ນັກງານຮັບໜ້າທີ່ໃໝ່ 216 ສະ ຫາຍ, ເຮັດໃຫ້ການຈັດຕັ້ງນຳພາ-ບັນຊາທຸກຂັ້ນນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ; ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານແຕ່ ລະສະຫາຍ ທີ່ເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຕ່າງໆໄດ້ເປັນເຈົ້າການເອົາໃຈໃສ່ເຝິກຝົນ ຫຼໍ່ຫຼອມຕົນເອງຕໍ່ກັບວຽກງານ ນຳພາ-ບັນຊາ, ຕິດພັນກັບການຄົ້ນຄວ້າເຊື່ອມຊຶມກຳແໜ້ນ ບັນ ດາມະຕິຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງ ແລະ ປະຕິບັດແຜນ ກຳນົດພະນັກງານນຳພາ-ບັນຊາ ຢ່າງເລິກເຊິ່ງສາມາດຈັດຕັ້ງຜັນຂະຫຍາຍກາຍເປັນຮູບປະທຳຕົວຈິງ, ບັນດາກົມກອງສ້າງໄດ້ ພະນັກງານສືບທອດປ່ຽນແທນ ໄດ້ຢ່າງຕໍ່ເນື່ອງຮັບປະກັນສ້າງ ໄດ້ພະນັກງານ 3 ຮຸ່ນ, ເຮັດໃຫ້ ການນຳພາ-ບັນຊາມີຄວາມເຂັ້ມ ແຂງ. ຜ່ານມາກອງພົນສາມາດສັງລວມໄດ້ບັນດາຕຳແໜ່ງ ທີ່ຂຶ້ນກັບສິດຄຸ້ມຄອງຂອງສູນກາງພັກ ແລະ ກະຊວງປ້ອງກັນປະເທດ ໄດ້ສຳເລັດການສ້າງແຜນກຳນົດຂັ້ນຄະນະພັກ-ຄະນະບັນຊາກອງພົນ ແລະ ອົງການ 5 ຫ້ອງ, ບັນດາພະແນກການທີ່ຂຶ້ນກັບ, ກອງພັນໃຫຍ່, ກອງພັນ ແລະ ກອງຮ້ອຍເອກະລາດ ລວມທັງໝົດ 27 ກົມກອງ ໄດ້ສຳເລັດຕາມແຜນການ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນໃຊ້ສິດປະ
ຊາທິປະໄຕ ສຸມສະຕິປັນຍາຄົ້ນຄວ້າຕັດສິນໃຈ ແລະ ປ່ອນບັດຄັດເລືອກເອົາພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງ ຄຸ້ມຄອງຢູ່ກອງພົນທີ 2 ບັນລຸໄດ້ຕາມແຜນທີ່ກຳນົດໄວ້.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ