
ນາຍົກລັດຖະມົນຕີ ຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ
ເວລາອອກຂ່າວ: 2022-09-29 08:37:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:
ໃນຕອນແລງຂອງວັນທີ 27 ກັນຍາ 2022, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສາທາລະນະລັດ ສິງກະໂປ ເພື່ອດຳເນີນການຢ້ຽມ ຢາມ ສ ສິງກະໂປ ຢ່າງເປັນ ທາງການ ໃນວັນທີ 27-28 ກັນຍາ 2022 ຕາມຄຳເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດ ຖະມົນຕີ ແຫ່ງ ສ ສິງກະໂປ.
ຈຸດປະສົງຂອງການຢ້ຽມ ຢາມຄັ້ງນີ້ ແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມ ມືທີ່ດີງາມລະຫວ່າງ ລາວ- ສິງ ກະໂປ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ ໃນຕໍ່ໜ້າ. ໃນໄລຍະການຢ້ຽມ ຢາມ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຈະພົບປະສອງຝ່າຍກັບ ທ່ານ ນາຍົກລັດຖະມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນ ກ່ຽວກັບການພົວພັນຮ່ວມມືຂອງ ສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຮາລິມາ ຢາຄອບ ປະທານາທິບໍດີ ແຫ່ງ ສ ສິງກະໂປ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ ລັດຖະມົນຕີ ອາວຸໂສ ທັງເປັນລັດຖະມົນຕີປະ ສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ ສິງກະໂປ; ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ ແລະ ຢ້ຽມຢາມໂຮງຮຽນວິຊາຊີບນັນຢາງໂພລີເທັກນິກຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ