
ປິດການແຂ່ງຂັນກິລາ ຂຳ່ນັບຮັບຕ້ອນວັນສ້າງຕັ້ງ ເຫຼົ່າຮົບລົດຕັງ-ຍານເກາະ ແລະ ວັນສ້າງຕັ້ງກອງພັນໃຫຍ່ 661
ເວລາອອກຂ່າວ: 2022-09-30 08:43:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:
ພິທີປິດຂະບວນການແຂ່ງ ຂັນກິລາ ຂຳ່ນັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 61 ປີ ແລະ ວັນ ສ້າງຕັ້ງກອງພັນໃຫຍ່ 661 ຄົບຮອບ 6 ປີ, ໄດ້ຈັດຂຶ້ນໃນວັນທີ 29 ກັນຍາ 2022 ນີ້, ຢູ່ທີ່ກອງພັນໃຫຍ່ 661, ໂດຍການເຂົ້າຮ່ວມຮັບຊົມຂອງສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຮອງຫົວໜ້າກົມລົດຕັງ-ຍານເກາະ, ມີສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, 3 ກອງພັນ, ມີບັນດາພະນັກງານ-ນັກ ຮົບ, ສະມາຊິກຊາວໜຸ່ມ-ແມ່ຍິງ, ນັກກິລາ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການແຂ່ງຂັນກິລາຄັ້ງນີ້ ໄດ້ເລີ່ມເປີດມາແຕ່ວັນທີ 20 ກັນຍາ ແລະ ໄດ້ປິດລົງໃນວັນທີ 29 ກັນ ຍາ ນີ້, ໃນຕະຫຼອດໄລຍະການແຂ່ງຂັນຜ່ານມາ ເຫັນວ່າບັນ ຍາກາດການແຂ່ງຂັນມີຄວາມຟົດຟື້ນເບີກບານມ່ວນຊື່ນເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະ ພາບຂອງນັກກິລາແຕ່ລະທີມ, ຄວາມຮັບຜິດຊອບສູງຂອງຄະ ນະຮັບຜິດຊອບການແຂ່ງຂັນກີລາ, ການປະກອບສ່ວນຢ່າງຫ້າວຫັນຂອງກຳມະການ. ສ່ວນລາຍການແຂ່ງຂັນມີ 6 ປະເພດ ຄື: ເຕະບານ; ບານສົ່ງຊາວໜຸ່ມ; ກະຕໍ້; ເປຕັງຊາວໜຸ່ມ; ເປຕັງຍິງ ແລະ ເປຕັງອາວຸດໂສ.
ພາຍຫຼັງສິ້ນສຸດການແຂ່ງຂັນ ສາມາດສະຫຼຸບໄດ້ດັ່ງນີ້: ປະເພດ 1: ເຕະບານ ແມ່ນທີມ ພະແນກເສນາ; ບານສົ່ງຊາວໜຸ່ມ ແມ່ນ ທີມກອງພັນ 161; ກະຕໍ້ ແມ່ນທີມ ພະແນກເສນາ; ເປຕັງຊາວໜຸ່ມ ແມ່ນທີມ ພະແນກເສນາ; ເປ
ຕັງຍິງ ແມ່ນທີມ ພະແນກບໍລິ ຫານ ແລະ ເປຕັງອາວຸດໂສ ແມ່ນ
ທີມ ກອງພັນ 615. ປະເພດ 2: ເຕະບານ ແມ່ນກອງພັນ 625; ບານສົ່ງຊາວໜຸ່ມ ແມ່ນກອງພັນ 612; ກະຕໍ້ ແມ່ນກອງພັນ 615; ເປຕັງຊາວໜຸ່ມ ແມ່ນກອງພັນ 615; ເປຕັງຍິງ ແມ່ນກອງພັນ 615 ແລະ ເປຕັງອາວຸດໂສ ແມ່ນພະແນກພະລາ ແລະ ປະເພດ 2 : ເຕະບານ ແມ່ນກອງພັນ 161; ບານສົ່ງຊາວໜຸ່ມ ແມ່ນພະແນກເສນາ; ກະຕໍ້ ແມ່ນກອງພັນ 161; ເປຕັງຊາວໜຸ່ມ ແມ່ນພະແນກເຕັກນິກ; ເປຕັງຍິງ ແມ່ນພະແນກ
ເສນາ ແລະ ເປຕັງອາວຸດໂສ ແມ່ນພະແນກເຕັກນິກ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ