
ແຂວງຊຽງຂວາງ ປະກາດຮັບຮອງເອົາ 57 ບ້ານຂອງເມືອງແປກເປັນບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-09-30 08:46:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:
ວັນທີ 28 ກັນຍາ 2022 ນີ້, ຢູ່ທີ່ສະໂມສອນ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປະກາດ 57 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມ ແຂງຄັ້ງທີ 2 ຂອງເມືອງແປກ ແລະ ຄັ້ງທີ 7 ຂອງແຂວງຊຽງຂວາງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງຊຽງຂວາງ, ມີສະ ຫາຍ ກົງທະນູ ອຸ່ນສະຫວັນ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງໆແປກ ປະທານ ປກຊ-ປກສ ຂັ້ນເມືອງ, ມີຄະນະພັກ-ຄະນະບັນຊາທະຫານ-ຕຳຫຼວດເມືອງ, ພະແນກການ, ກົມກອງ, ຄະນະພັກຮາກຖານກຸ່ມ, ນາຍບ້ານ 57 ບ້ານ ແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ພິມພອນ ດວງບຸນມີ ຫົວໜ້າການເມືອງກອງບັນ ຊາການທະຫານເມືອງແປກ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນ 57 ບ້ານຢູ່ເມືອງແປກ ເຊິ່ງຜ່ານມາຄະນະຮັບຜິດຊອບການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ສົມທົບກັບບັນດາອົງການປົກຄອງບ້ານ ແລະ ໄດ້ນຳເອົາແນວທາງນະ ໂຍບາຍ, ມະຕິຄຳສັ່ງຂອງພັກ, ລະ ບຽບກົດໝາຍຂອງລັດ ແລະ ນິຕິກຳຕ່າງໆຂອງຂັ້ນເທິງ ໂດຍສະເພາະ ແມ່ນເອກະສານຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງເຂັ້ມແຂງ, ເຮັດໃຫ້ປະຊາຊົນແຕ່ລະບ້ານມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນສຳຄັນເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ພ້ອມກັນເຮັດໜ້າທີ່ຕິດຕາມສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ໃນຂອບເຂດຄວາມຮັບຜິດຊອບຂອງບ້ານຢ່າງເຂັ້ມງວດ, ຕອບຕ້ານໄດ້ທຸກປະກົດການຫຍໍ້ທໍ້ໃຫ້ທັນເວລາ, ພ້ອມດຽວກັນນັ້ນ ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານຍັງໄດ້ເອົາໃຈໃສ່ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ ຕາມທ່າແຮງບົ່ມຊ້ອນຂອງຕົນ ດ້ວຍການຄ້າຂາຍ, ປູກຝັງ-ລ້ຽງສັດ ແລະ ອື່ນໆ ສາມາດເຮັດໃຫ້ແຕ່ລະຄອບ ຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ແລະ ສາມາດສ້າງຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ທັງໝົດ 10.721 ຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 57 ບ້ານ ເປັນຄັ້ງທີ 2 ຂອງເມືອງ ແລະເປັນຄັ້ງທີ 7 ຂອງແຂວງຊຽງຂວາງ, ໂອກາດນີ້ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນ ຊາການທະຫານແຂວງຊຽງຂວາງ ວ່າດ້ວຍການມອບໃບຢັ້ງຢືນ ແລະ ຮັບຮອງເປັນບ້ານປ້ອງກັນຊາດເຂັ້ມແຂງ, ຈາກນັ້ນ, ຄະນະປະທານກໍຜັດປ່ຽນກັນຂຶ້ນມອບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງໃຫ້ອົງການປົກຄອງບ້ານແຕ່ລະບ້ານຢ່າງສົມກຽດ.
ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຍັງໄດ້ ໃຫ້ກຽດເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ 57 ບ້ານດັ່ງກ່າວຕື່ມອີກ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ