
ວປກ ທາບທາມການສ້າງແຜນກຳນົດພະນັກງານ ນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ
ເວລາອອກຂ່າວ: 2022-09-30 08:47:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 17 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມທາບທາມການສ້າງແຜນການກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ເປັນເວລາ 3 ວັນ (21-23 ກັນຍາ 2022), ໂດຍການ ເປັນປະທານຂອງ ສະ ຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າໜ່ວຍງານທາບທາມເຂດ 6, ມີຄະນະພັກ-ຄະນະບັນຊາ ວປກ, ຄະນະກົມ, ໜ່ວຍງານຈາກກະຊວງ, ຄະນະພັກຮາກຖານ, ຄະ ນະໜ່ວຍພັກ, ບັນດາຜູ້ແທນກອງປະຊຸມເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ວປກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສ້າງແຜນກຳນົດ ພະນັກງານນຳພາ-ບັນຊາ ຢູ່ ວປກ ໃນໄລຍະຜ່ານມາ ເຊິ່ງຄະນະພັກແຕ່ລະຂັ້ນແມ່ນໄດ້ຖືສຳຄັນການສ້າງແຜນກຳນົດພະນັກງານເປັນວຽກໜຶ່ງທີ່ສຳຄັນຂອງວຽກງານພະນັກງານ ປະກອບສ່ວນເຮັດໃຫ້ວຽກງານດັ່ງກ່າວປະຕິບັດສອດຄ່ອງກັບມາດຖານແລະເງື່ອນໄຂທີ່ກຳນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແມ່ນຄວາມຮັບຜິດຊອບທາງການເມືອງຂອງຄະນະພັກແຕ່ລະຂັ້ນໃນການວາງແຜນດ້ານບຸກຄະລາກອນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະເພາະໜ້າ
ແລະ ຍາວນານ, ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊຶມບັນດາມະຕິຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການສ້າງ ແລະ ປະຕິບັດແຜນກຳນົດພະນັກງານຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງຂອງຕົນຢ່າງຖືກຕ້ອງ ແລະ ມີຜົນສຳເລັດດີ, ເອົາໃຈໃສ່ຊີ້ນຳ-ນຳພາສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ບັນຊາໃນຂອບເຂດ ຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ,ບົນພື້ນຖານເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງໂດຍໃຫ້ພະນັກງານຫຼັກແຫຼ່ງເຂົ້າຮ່ວມໃນການຄົ້ນ ຄວ້າປະກອບຄຳເຫັນ ແລະ ລົງຄະແນນສຽງຕໍ່ເປົ້າໝາຍທີ່ຈະເຂົ້າໃນແຜນກຳນົດພະນັກງານແຕ່ລະປະເພດ. ແຜນກຳນົດພະນັກງານດັ່ງກ່າວໄດ້ເປັນບ່ອນອີງສຳຄັນໃນການວາງແຜນການເພື່ອບຳລຸງ-ກໍ່ສ້າງພະນັກງານໃນແຕ່ລະດ້ານ ແລະ ສັບຊ້ອນຈັດວາງພະນັກງານໃສ່ຕຳແໜ່ງງານໃຫ້ຖືກຕ້ອງກັບມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໃນກົດໝາຍແລະ ລະບຽບການທີ່ກ່ຽວຂ້ອງເປັນການແກ້ໄຂສະພາບຫຍໍ້ທີ່ວ່າ: ການສ້າງພະນັກງານບໍ່ມີທິດເລັ່ງ, ບໍ່ມີເປົ້າໝາຍ ແລະ ສັບຊ້ອນ, ຈັດວາງພະນັກງານຕາມລັກສະນະປະຊາທິປະໄຕແລະຮູບການ. ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ໄດ້ສຳເລັດໃນວັນທີ 23 ກັນຍາ 2022 ຢ່າງຈົບງາມ.
ໂດຍ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ