
ສະຫຼຸບຖອດຖອນບົດຮຽນ ບັ້ນຫັດແອບເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກຳບໍລິການທາງການແພດ
ເວລາອອກຂ່າວ: 2022-09-30 08:49:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:
ວັນທີ 29 ກັນຍາ 2022 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນບັ້ນຫັດແອບເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກຳບໍລິການທາງການ ແພດ(ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະ ຊາຊົນລາວ ກັບກອງທັບປົດປ່ອຍ
ປະຊາຊົນຈິນ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນຳລວມ, ບັນດາອະນຸກຳມະການແຕ່ລະພາກສ່ວນ ແລະ ນັກເຝິກຊ້ອມເຂົ້າຮ່ວມ.
ສະຫາຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງຫົວ ໜ້າກົມເສນາຮັກ ກົມໃຫຍ່ພະລາທິກາກອງທັບ ໄດ້ສະຫຼຸບຕີລາຄາຄືນເຖິງຜົນສຳເລັດມີຫຼາຍດ້ານທີ່ ພົ້ນເດັ່ນຂອງຄະນະຊີ້ນຳລວມ, ບັນດາອະນຸກຳມະການແຕ່ລະພາກສ່ວນ ແລະ ພະນັກງານແພດເຫຼົ່າຮົບເສນາຮັກ ຂອງສອງກອງທັບລາວ-ຈີນ ທີ່ຍາດມາໄດ້ໃນຕະຫຼອດໄລຍະຂອງຈັດຕັ້ງປະຕິບັດແຜນການຫັດແອບ, ເຝິກຊ້ອມເປັນເວລາ 10 ວັນ, ໂດຍສະເພາະແມ່ນໄດ້ແລກປ່ຽນບົດຮຽນຄວາມຮູ້ ແລະ ປະສົບການໃນການກອບກູ້ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ຊອກຄົ້ນກອບ ກູ້ຜູ້ປະສົບໄພຢູ່ເຂດທີ່ເກີດໄພພິ ບັດ ຈຳນວນ 30 ກໍລະນີ, ກວດ ກາ ແລະ ຄັດແຍກລະດັບຄວາມຮ້າຍແຮງຂອງຜູ້ທີ່ຖືກບາດເຈັບ. ໃນນີ້ (ມີຄົນເຈັບໜັກ 4 ກໍລະນີ, ເຈັບກາງ 8 ກໍລະນີ ແລະ ເຈັບເບົາ 18 ກໍລະນີ ), ກອບກູ້ ແລະ ຊ່ວຍເຫຼືອຄົນເຈັບທີ່ມີບັນຫາກ່ຽວກັບ ລະບົບຫາຍໃຈກໍລະນີທີ່ມີການສົງໃສຕິດເຊື້ອພະຍາດໂຄວິດ-19, ເຝິກແອບວີທີແກ້ໄຂ, ປິ່ນປົວ, ການເຄື່ອນຍ້າຍ ແລະ ມອບ-ຮັບຜູ້ຖືກບາດເຈັບຈາກລົດແພດສະໜາມນຳສົ່ງຕໍ່ໄປທີ່ລົດໄຟ (ໂດຍນຳໃຊ້ລົດໄຟຕົວຈິງເຂົ້າໃນການເຝິກຊ້ອມ), ຮຽນຮູ້ເຕັກ ນິກການເຊີດຊູ ແລະ ປິ່ນປົວຄົນ ເຈັບ ເວລາເຄື່ອນຍ້າຍຢູ່ເທິງລົດ ໄຟ, ແລກປ່ຽນຄວາມຮູ້ດ້ານວິຊາການ 7 ບົດ, ປະກອບມີ: ການຄຸ້ມຄອງອາການເຈັບບາດແຜຈາກ ການສູ້ຮົບ, ການປ້ອງກັນ ແລະ ປິ່ນປົວບາດແຜຈາກການເຝິກ ແອບການທະຫານຢູ່ສະໜາມ ຮົບ, ການນຳໃຊ້ຊ່ອງທາງເຂົ້າໃນການຜ່າຕັດລະບົບປະສາດ, ການປິ່ນປົວພະຍາດໂຄວິດ-19 ທີ່ມີອາການໜັກ ແລະ ອັນຕະລາຍ, ການສ້າງຕຶກປິ່ນປົວພະຍາດຕິດ ແປດ ແລະ ການນຳໃຊ້ເຄື່ອງຊ່ວຍ ເຫຼືອຕົນເອງ, ການຊ່ວຍເຫຼືອ ແລະ ຮ່ວມມືກໍລະນີເກີດເຫດສຸກເສີນດ້ານສາທາລະນະສຸກ, ການບໍລິການດ້ານການພະຍາບານແພດທີ່ດີເດັ່ນຂອງ ສປ ຈີນ, ຈາກນັ້ນ ສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າ ດ້ວຍການມອບໃບຍ້ອງຍໍ ດັ່ງນີ້: ໃບຍ້ອງຍໍກະຊວງປ້ວງກັນປະ ເທດ ໃຫ້ກົມກອງລວມໝູ່ຈຳນວນ 11 ກົມກອງ, ໃຫ້ບຸກຄົນ ຈຳນວນ 194 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ກົມກອງລວມໝູ່ຈຳນວນ 1 ກົມກອງ ແລະ ໃຫ້ບຸກຄົນ ຈຳນວນ 91 ສະຫາຍ.
ໂອກາດນີ້, ສະຫາຍຮອງຫົວໜ້າກົມໃຫຍ່ພະລາທິການກອງ ທັບ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທຸກພາກສ່ວນ ແລະ ນັກເຝິກຊ້ອມທີ່ໄດ້ຕັ້ງໜ້າເອົາໃຈໃສ່ໃນບັ້ນເຝິກ ຊ້ອມໃນຄັ້ງນີ້ເຮັດໃຫ້ມີຜົນສຳ ເລັດຢ່າງໜ້າເພິ່ງພໍໃຈ ແລະ ເປັນຜົນງານອັນສຳຄັນຂອງກອງທັບເຮົາ, ພ້ອມໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ເສີມຂະ ຫຍາຍບົດຮຽນດັ່ງກ່າວໃຫ້ມີປະສິດທິຜົນ ແລະ ກຽມພ້ອມຮັບໃຊ້ ໜ້າທີ່ວຽກງານໃນຕໍ່ໜ້າຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງໃຫ້ມີຜົນສຳເລັດ.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ