
ທະຫານເມືອງວັງວຽງ ແຮກສ່ຽວ ກັບ ອົງການປົກຄອງບ້ານນາແຄ
ເວລາອອກຂ່າວ: 2022-09-30 09:09:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:
ວັນທີ 23 ກັນຍາ 2022, ກອງບັນຊາການທະຫານເມືອງວັງວຽງ ໄດ້ຈັດພິທີແຮກສ່ຽວ ກັບອົງການປົກຄອງບ້ານນາແຄ, ໂດຍມີ ສະຫາຍ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງວັງວຽງ, ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ພັນໂທ ວັນໄຊ ຢາຫົງທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງວັງວຽງ, ອຳນາດການປົກຄອງ ບ້ານນາແຄ ແລະ ປະຊາຊົນພາຍ ໃນບ້ານເຂົ້າຮ່ວມ.
ສະຫາຍ ວັນແສງ ຮອງນາຍ ບ້ານນາແຄ ໄດ້ເລົ່າປະຫວັດຄວາມເປັນມາຂອງບ້ານນາແຄ, ໂດຍຫຍໍ້.ຈາກນັ້ນ, ສະຫາຍ ພັນໂທ ສາຍຟອງ ແກ້ວປະເສີດ ຫົວໜ້າການເມືອງກອງບັນຊາການທະຫານເມືອງວັງວຽງ ໄດ້ລາຍງານປະຫວັດຫຍໍ້ຂອງກົມກອງ, ພ້ອມທັງ ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງວຽງຈັນ ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານເມືອງວັງວຽງ ແຮກສ່ຽວກັບອົງການປົກຄອງບ້ານນາແຄ ເມືອງວັງວຽງ, ອີງຕາມຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການກໍ່ສ້າງຮາກຖານຕາມມູນ ເຊື້ອ ແລະ ແຮກສ່ຽວລະຫວ່າງ ກອງທັບກັບອົງການປົກຄອງ ທ້ອງຖິ່ນ, ອີງຕາມທິດຊີ້ນຳຂອງ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ ວ່າດ້ວຍການເພີ່ມທະວີໃນ ການກໍ່ສ້າງຮາກຖານການເມືອງ ໃນຂອບເຂດຄວາມຮັບຜິດຊອບກົມກອງຕັ້ງທັບຢູ່ ເພື່ອຕິດຕາມ ແລະ ຊຸກຍູ້ຂະບວນການໃຫ້ຟົດ ຟື້ນ ຢ່າງຕໍ່ເນື່ອງ ແລະ ຂໍ້ຕົກລົງ ຂອງເຈົ້າເມືອງ ເມືອງວັງວຽງ
ວ່າດ້ວຍການແຮກສ່ຽວລະ ຫວ່າງກອງບັນຊາການທະຫານ ເມືອງວັງວຽງ ກັບ ອົງການປົກ ຄອງບ້ານນາແຄ, ອີງຕາມບົດບັນທຶກ ວ່າດ້ວຍການແຮກສ່ຽວລະຫວ່າງກອງບັນຊາການທະ ຫານເມືອງວັງວຽງ ແລະ ບ້ານນາແຄ ຄັ້ງວັນທີ 14 ສິງຫາ 2022, ເຈົ້າເມືອງ ເມືອງວັງວຽງເຫັນດີໃຫ້ກອງບັນຊາການທະຫານເມືອງວັງວຽງ ແລະ ອົງການປົກຄອງບ້ານນາແຄພົວພັນຮ່ວມມືແຮກສ່ຽວຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ຈາກນັ້ນ. ຄະນະກອງບັນຊາການທະຫານເມືອງວັງວຽງ ແລະ ອົງການປົກ
ຄອງບ້ານນາແຄ ໄດ້ເຊັນບົດບັນ ທຶກສັນຍາແຮກສ່ຽວ, ພ້ອມທັງຊົມການສະແດງສິລະປະສະໝັກຫຼິ້ນຂອງບ້ານ ຕື່ມອີກ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ