
ທະຫານແຂວງສະຫວັນນະເຂດ ມອບລົດ ແລະ ອຸປະກອນການແພດໃຫ້ໂຮງໝໍທະຫານແຂວງ
ເວລາອອກຂ່າວ: 2022-09-30 09:11:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2 | ຄວາມນິຍົມ:
ວັນທີ 27 ກັນຍາ 2022 ນີ້ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມອບ ລົດ ແລະ ອຸປະກອນການແພດໃຫ້ໂຮງໝໍທະຫານແຂວງ, ໂດຍ
ການເປັນປະທານ ແລະ ກ່າວມອບຂອງ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໝ້າການທະຫານ ກອງບັນຊາການ ທະຫານແຂວງສະຫວັນນະເຂດ
ພ້ອມຄະນະ, ມີຄະນະພະແນກ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ສະ ຫວັນນະເຂດ ວ່າດ້ວຍ ການປະ ກອບລົດຈິບແພດ (Amburane)ໃຫ້ກົມກອງເພື່ອນຳໃຊ້ເຂົ້າໃນວິຊາສະເພາະ ອີງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານວິຊາສະເພາະ ກໍຄື ວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງໃນທຸກດ້ານ, ດັ່ງນັ້ນ, ພະແນກຄຸ້ມ ຄອງລົດ, ຫ້ອງເຕັກນິກກອງບັນຊາການທະຫານແຂວງສະ ຫວັນນະເຂດ ຈຶ່ງໄດ້ມອບປະເພດລົດຈິບແພດ ຫຍີ່ຫໍ້ FORD EVEREST ຈຳນວນ 1 ຄັນ ພ້ອມອຸປະກອນ ການແພດສຸກເສີນຄົບຊຸດໃຫ້ໂຮງ ໝໍທະຫານແຂວງນຳໃຊ້ເຂົ້າໃນວຽກງານຂອງກົມກອງ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ໄດ້ຮຽກຮ້ອງໃນການນຳໃຊ້ລົດໃຫ້ ຖືກເປົ້າໝາຍໃນວຽກງານລວມຂອງກົມກອງເກີດປະໂຫຍດສູງສຸດ, ເປັນເຈົ້າການປົກປັກຮັກ ສາບົວລະບັດຜັດເຊັດ, ກວດກາ ດ້ານເຕັກນິກລົດເປັນປະຈຳ ເພື່ອຮັບປະກັນໃຫ້ແກ່ການນຳໃຊ້ໄດ້ຍາວນານ ແລະ ຮັບປະກັນຄວາມປອດໄພ 100%
ໂດຍ: ໄຂຄຳ ໂອນທະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ