
ໂຮງຮຽນການທະຫານທ້ອງຖິ່ນແຂວງຈຳປາສັກ ຫັດແອບການເຄື່ອນທັບຊ້ອມຮົບ
ເວລາອອກຂ່າວ: 2022-09-30 09:13:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:
ໃນລະຫວ່າງວັນທີ 25-27 ກັນຍາ 2022 ນີ້, ໂຮງຮຽນການ ທະຫານທ້ອງຖິ່ນແຂວງຈຳປາ ສັກ ໄດ້ຈັດຕັ້ງຫັດແອບການເຄື່ອນທັບຊ້ອມຮົບ ແລະ ຍິງເປົ້າ ໝາຍດ້ວຍລູກປືນແທ້ປະສານສຽງແຕກ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 12 ປະຈຳສົກຮຽນ 2021-2022 ຢູ່ທີ່ສະໜາມຫັດ ແອບປ່າອາວ, ໂດຍມີ ສະຫາຍ ພັນໂທ ໄພວັນ ຫຼວງໄຊສົງຄາມ ຄະນະພັກຫ້ອງເສນາທິການຫົວ ໜ້າພະແນກອົບຮົມກອງບັນຊາ ການທະຫານແຂວງຈຳປາສັກ, ສະຫາຍ ພັນໂທ ທອງມາ ແພງວິໄລສານ ຄະນະພັກກອງບັນຊາການ ຫົວໜ້າການເມືອງ ໂຮງ ຮຽນການທະຫານທ້ອງຖິ່ນ ແຂວງຈຳປາສັກ ພ້ອມດ້ວຍຄະ ນະຮັບຜິດຊອບພາກສ່ວນທີ່ກ່ຽວ ຂ້ອງ ແລະ ນັກຮຽນນາຍສີບ ຊຸດທີ 12 ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສະໃໝ ວົງຄຳວັນ ຮອງຫົວໜ້າການທະ ຫານ ໂຮງຮຽນການທະຫານ ທ້ອງຖິ່ນແຂວງຈຳປາສັກ, ຜູ້ຮັບ ຜິດຊອບລວມໃນການເຄື່ອນທັບຊ້ອມຮົບໃຫ້ຮູ້ວ່າ: ການເຄື່ອນທັບ ຊ້ອມຮົບພາກສະໜາມ ແລະ ຍິງ ເປົ້າໝາຍດ້ວຍລູກລູກປືນແທ້ປະສານສຽງແຕກໃນຄັ້ງນີ້ ໄດ້ ດຳເນີນເປັນເວລາ 3 ວັນ, ມີນັກ ຮຽນທັງໜົດ 132 ສະຫາຍ, ໂດຍ ປະຕິບັດຕາມແຜນການຮຽນ- ການສອນກໍຄືເນື້ອໃນບົດຫັດແອບ ສັງລວມຂັ້ນໝວດປະກອບມີ: ການອາແລັກປ່າວເຫດອອກຈາກ ກົມກອງໄປສູ່ເຂດເຕົ້າໂຮມປິດ ລັບ, ໝວດທະຫານຮາບປະທະສັດຕູໂດຍບັງເອີນ, ໝວດທະຫານ ຮາບບຸກຕີສັດຕູຈັ້ງທ່າ ແລະ ໝວດທະຫານຮາບຈັ້ງທ່າ. ຜ່ານ ການຈັດຕັ້ງປະຕິບັດຕົວຈິງເຫັນ ວ່ານັກຮຽນທຸກສະຫາຍມີຄວາມ ຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ ແລະ ປະຕິບັດຖືກຕ້ອງຕາມແຜນ ການເນື້ອໃນອົບຮົມ-ຫັດແອບທີ່ໄດ້ກຳນົດໄວ້, ຮັກສາໄດ້ດ້ານຈຳ ນວນພົນ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີຄວາມອົດທົນຜ່ານຜ່າ ຕໍ່ສິ່ງແວດລ້ອມ, ສະພາບດິນຟ້າອາກາດ, ຮັກສາໄດ້ຄວາມສາມັກ ຄີພາຍໃນ ແລະ ກຳໄດ້ເນື້ອໃນບົດ ຮຽນທາງດ້ານທິດສະດີຫຼັກການ ສາມາດນຳມາໝູນໃຊ້ເຂົ້າໃນພາກປະຕິບັດຕົວຈິງໄດ້ເປັນຢ່າງດີ ແລະ ມີຄວາມປອດໄພ 100%.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ