
ກອງປະຊຸມມອບໝາຍໜ້າທີ່ກະກຽມນັກກິລາ ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI
ເວລາອອກຂ່າວ: 2022-09-30 09:14:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ວັນທີ 28 ກັນຍາ 2022 ນີ້, ຢູ່ຫ້ອງປະຊຸມກອງກິລາກອງທັບ ໄດ້ຈັດກອງປະຊຸມມອບໝາຍໜ້າ ທີ່ຜູ້ຈັດການທີມ ແລະ ຄູເຝິກຄະ ນະຮັບຜິດຊອບກະກຽມນັກກິລາຂອງກະຊວງປ້ອງກັນປະເທດ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າ ພາບ, ຈະຈັດຂຶ້ນໃນລະຫວ່າງວັນທີ 8 ພະຈິກ-23 ທັນວາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແສງອຳພອນ ພູມີເງີນ ຮອງຫົວໜ້າຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີຫົວໜ້າກົມ-ຮອງກົມ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ບັນດາພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸກ ເຟັງຄຳອ່ອນ ຫົວໜ້າພະແນກກິລາ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຫົວໜ້າກົມໃຫຍ່ເສນາທິການກອງທັບ ມອບໃຫ້ກົມອົບຮົມ, ກົມ
ໃຫຍ່ເສນາທິການກອງທັບ ຮັບຜິດຊອບການກະກຽມເພື່ອຄັດ ເລືອກນັກກິລາຂອງກະຊວງປ້ອງກັນປະເທດເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່
ແຂວງຊຽງຂວາງ ເປັນເຈົ້າພາບ, ຄະນະກົມອົບຮົມ ໄດ້ມີການຄັດເລືອກນັກກິລາ ແລະ ສ້າງແຜນການແຕ່ລະດ້ານຢ່າງລະອຽດ ເປັນຕົ້ນແມ່ນການສ້າງແຜນການຫັດແອບນັກກິລາ, ແຕ່ງຕັ້ງປະທານຄະນະຮັບຜິດຊອບ ແລະຊີ້ນຳນັກກິລາ, ແຕ່ງຕັ້ງຜູ້ຈັດການທີມ ແລະ ຄູເຝິກຮັບຜິດຊອບຫັດແອບ ກີລາແຕ່ລະປະເພດ ເພື່ອຮັບປະກັນຄວາມປອດໄພແກ່ນັກກິລາ. ພ້ອມນັ້ນ, ຍັງໄດ້ຈັດຕັ້ງກອງປະຊຸມຄະນະວິຊາການ ແລະ ຄູເຝິກຮັບຜິດຊອບແຕ່ລະປະເພດກີລາ ເພື່ອໃຫ້ເຊື່ອມຊຶມ ໜ້າທີ່ຂອງຕົນເອງທີ່ໄດ້ຮັບການ ແຕ່ງຕັ້ງ ແລະ ເພື່ອປຶກສາຫາລືປະເພດກິລາທີ່ມີຄວາມພ້ອມ, ເລັ່ງໃສ່ປະເພດທີ່ມີຄວາມຫວັງໄດ້ຫຼຽນ ເຊິ່ງການເຂົ້າຮ່ວມແຂ່ງຂັນ. ໃນນີ້, ກອງທັບໄດ້ວາງຄາດໝາຍໄວ້ຄື: ຫຼຽນຄຳ 55 ຫຼຽນ, ຫຼຽນເງິນ 46 ຫຼຽນ ແລະ ຫຼຽນທອງ 41 ຫຼຽນ ເຊິ່ງກະຊວງປ້ອງກັນປະເທດກຽມສົ່ງນັກກິລາເຂົ້າທັງໝົດ 18 ປະເພດກິລາ ພ້ອມຕັ້ງເປົ້າໄວ້ 1-3 ຂອງອັນດັບຫຼຽນ ລາງວັນ. ສຳລັບງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XI ປີ 2022 ນີ້ ໄດ້ບັນຈຸກິລາແຂ່ງຂັນທັງໝົດ 28 ປະເພດກິລາ ເພື່ອ ຊີງຫຼຽນທັງໝົດ 3.100 ຫຼຽນ, (ຫຼຽນຄຳ 917 ຫຼຽນ, ຫຼຽນ ເງິນ 917 ຫຼຽນ ແລະ ຫຼຽນທອງ 1.266 ຫຼຽນ ) ສະເພາະກິລາກະຊວງປ້ອງກັນປະເທດມີຄວາມ ສາມາດສຸມໃສ່ກິລາດ່ຽວ (ປະ ເພດສ່ວນບຸກຄົນ) ສາມາດແຂ່ງ ຂັນໄດ້ຫຼາຍລາຍການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ