
ໜ່ວຍງານເຝິກອົບຮົມວິທະຍາຄານການແພດກອງທັບ ເຂົ້າຮ່ວມກອງປະຊຸມວິຊາການແພດທາງໄກ
ເວລາອອກຂ່າວ: 2022-09-30 09:16:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:
ວັນທີ 22 ສີງຫາ 2022 ນີ້, ໜ່ວຍງານເຝິກອົບຮົມວິທະ ຍາຄານການແພດກອງທັບ ໄດ້ເຂົ້າຮ່ວມກອງປະຊຸມວິຊາການແພດທາງໄກ ກັບ ກົມແພດທະ ຫານແຫ່ງຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ການແພດແຮງດັນອາກາດສູງສຸດໃນເຫຼົ່າຮົບ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ຈັນສະໝອນ ມະຫາ ວົງ ກຳມະການຄະນະພັກອົງ ການກົມໃຫຍ່ພະລາທິການກອງ ທັບ ຫົວໜ້າການທະຫານວິທະ ຍາຄານການແພດກອງທັບ, ພ້ອມດ້ວຍພະນັກງານ-ຄູອາຈານ ແລະ ນັກສຶກສາແພດທີ່ກ່ຽວຂ້ອງ ທີ່ຕິດພັນກັບການຮຽນ-ການສອນ.
ກອງປະຊຸມວິຊາການແພດທາງໄກຮ່ວມກັບແພດທະຫານແຫ່ງຣາຊະອານາຈັກໄທ ໄດ້ຍົກໃຫ້ເຫັນຄວາມຮູ້ພື້ນຖານກ່ຽວກັບການແພດແຮງດັນອາກາດສູງ, ການນຳໃຊ້ອົກຊີເຂັ້ມຂຸ້ນໃນ ພາວະທີ່ແຮງດັນສູງປົກກະຕິພາຍໃຕ້ການຕິດຕາມຂອງແພດຢ່າງໃກ້ຊິດພາຍໃນຫ້ອງຄວາມດັນ, ຂໍ້ບົ່ງສັ່ງໃນການນຳໃຊ້ອົກຊີແຊນແຮງດັນສູງໃນການປິ່ນປົວ, ເຊິ່ງພະຍາດທີ່ເປັນຂໍ້ບົ່ງສັ່ງໃນການນຳໃຊ້ສ່ວນຫຼາຍແມ່ນພະຍາດທີ່ຕິດພັນກັບລະບົບຫາຍໃຈຂອງເຫຼົ່າຮົບທະຫານເຮືອ ເນື່ອງຈາກການປະຕິບັດໜ້າທີ່ເປັນໄລຍະເວລາດົນພາຍໃນເຮືອດຳນໍ້າທີ່ຕ້ອງຢູ່ໃນພາວະຄວາມດັນສູງ, ພາກປະຕິບັດຂອງການນຳໃຊ້ອົກຊີແຊນແຮງດັນສູງ, ບັນດາເຕັກນິກການນຳໃຊ້ອົກຊີແຊນ ແລະ ການໃຫ້ບໍລິການການນຳໃຊ້ອົກຊີແຊນແຮງດັນສູງໃນການປິ່ນປົວ. ນອກນັ້ນ, ຍັງໃຊ້ປິ່ນປົວພາວະຂາດອົກຊີເນື່ອງຈາກເຫດໄຟໄໝ້, ປົວບາດແຜຊຶມເຊື້ອທີ່ເກີດຈາກຈຸລິນຊີທີ່ບໍ່ມັກອາກາດ. ຫຼັງຈາກຈົບພາກທິດ ສະດີໜ່ວຍງານເຝິກອົບຮົມ ໄດ້ນຳພາເຂົ້າຢ້ຽມຊົມຫ້ອງທີ່ນຳໃຊ້ປີ່ນປົວຕົວຈິງ, ຢ້ຽມຊົມໜ່ວຍງານທີ່ໃຫ້ບໍລິການປິ່ນປົວດ້ວຍພາວະແຮງດັນສູງ. ກອງປະຊຸມ ໄດ້ດຳເນີນເປັນເວລາ 5 ວັນ
ຈຶ່ງຈະອັດລົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ