
ເປີດຂະບວນການແຂ່ງຂັນຮອບດ້ານຂໍ່ານັບຮັບຕ້ອນ ວັນສ້າງຕັ້ງໂຮງພິມກອງທັບ ຄົບຮອບ 60 ປີ
ເວລາອອກຂ່າວ: 2022-09-30 09:18:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:
ໃນວັນທີ 28 ກັນຍາ 2022 ນີ້, ໂຮງພິມກອງທັບ ເປີດຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງໂຮງ ພິມກອງທັບ ຄົບຮອບ 60 ປີ (12 ທັນວາ 1962-12 ທັນວາ 2022), ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງ ທັບ, ມີສະຫາຍ ພັນເອກ ລະຄອນແກ້ວ ແກ້ວກິນນາລີ ຫົວໜ້າອຳ ນວຍການໂຮງພິມກອງທັບ, ມີຄະ ນະພັກ-ຄະນະບັນຊາ, ແຂກທີຖຶກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຂັນທອງ ສຸວົງສາ ຮອງຫົວໜ້າອຳນວຍ ການໂຮງພິມກອງທັບ ໄດ້ຜ່ານ ແຜນການເຄື່ອນໄຫວສ້າງຂະ ບວນການ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງໂຮງພິມກອງທັບ ຄົບຮອບ 60 ປີ ໃຫ້ມີບັນຍາກາດ ຟົດຟື້ນ ເຊິ່ງເນື້ອໃນທີ່ນຳມາແຂ່ງ ຂັນຈັດຕັ້ງປະຕິບັດແມ່ນບັນດາ ຂໍ້ກຳນົດ, ກົດລະບຽບຂອງພັກ, ລັດ ແລະ ຂອງກອງທັບ ໂດຍຖືເອົາວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນສຳ ຄັນ, ຕິດພັນກັບເນື້ອໃນແຂ່ງຂັນດ້ານວິຊາສະເພາະໃຫ້ມີຄວາມຮັບປະກັນດີ, ມີຄຸນນະພາບ ແລະການຈັດຕັ້ງປະຕິບັດວຽກງານການແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃນທົ່ວກົມ ກອງ, ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ, ການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບວາງອອກ, ຂະບວນການ
ຖາມ-ຕອບຄວາມຮູ້ຮອບຕົວ ແລະ ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ແລະ ອື່ນໆ ເພື່ອເຮັດໃຫ້ພະນັກງານ-ນັກຮົບຮັດແໜ້ນຄວາມສາມັກຄີ ແລະ
ພ້ອມກັນເສີມຂະຫຍາຍມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນລາວ ກໍຄືມູນເຊື້ອອັນດີງາມຂອງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງ ຖືເອົາບັ້ນແຂ່ງຂັນນີ້ ເປັນການຊຸກຍູ້ປັບປຸງກໍ່ສ້າງກົມກອງເຮັດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ
ປະຕິບັດໜ້ທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ, ຕົວແທນບັນດາພະແນກການ ກໍໄດ້ຮັບເອົາຂໍ້ແຂ່ງຂັນເພື່ອນຳໄປຈັດຕັ້ງປະຕິບັດໃຫ້ບັນລຸໝາກຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ