
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບປະທານາທິບໍດີແຫ່ງ ສ ສິງກະໂປ
ເວລາອອກຂ່າວ: 2022-10-03 09:07:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:
ໃນໂອກາດເດີນທາງຢ້ຽມ ຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 28 ກັນຍາ 2022, ທີ່ ທຳນຽບປະທານາທິບໍດີ Istana, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ນາງ ຮາລິມາ ຢາຄອບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ.
ໃນໂອກາດນີ້, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ສະແດງ ຄວາມຊົມເຊີຍຕໍ່ການພັດທະນາ ແບບກ້າວກະໂດດຂັ້ນຂອງສິງ ກະໂປ ທີ່ເປັນຕົວແບບຂອງການພັດທະນາແບບຍືນຍົງ ແລະ ສີ ຂຽວ ພ້ອມທັງ ຕີລາຄາສູງຕໍ່ການ ພົວພັນຮ່ວມມືທີ່ດີຂອງສອງປະ ເທດ ໃນຕະຫຼອດໄລຍະ 48 ປີ ຜ່ານມາ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວເປັນກ້າວໆ ມາ. ຖື ໂອກາດນີ້, ທ່ານນາຍົກລັດຖະມົນ ຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ ໃຫ້ການຮ່ວມມື ແລະ ການຊ່ວຍ ເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະໃນຂົງເຂດວຽກ ງານການພັດທະນາຊັບພະຍາ ກອນມະນຸດ, ໂຄງການອາສາສະ ໝັກສິງກະໂປ ອັນເປັນການປະ ກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທັງເປັນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດລາວ ແລະ ສິງກະໂປ ຕື່ມອີກ. ພ້ອມດຽວກັນນີ້, ທ່ານ ນາຍົກ ລັດຖະມົນຕີ ກໍໄດ້ແຈ້ງຈຸດປະສົງການຢ້ຽມຢາມໃນຄັ້ງນີ້ ໃຫ້ທ່ານ ປະທານາທິບໍດີ ໄດ້ຮັບຊາບ ແລະ ສະແດງຄວາມຫວັງຢ່າງຍິ່ງວ່າ ກອງປະຊຸມພົບປະສອງຝ່າຍຮ່ວມກັບທ່ານ ນາຍົກລັດຖະມົນຕີ ລີຊຽນລຸງ ຈະເປັນການປະກອບ ສ່ວນເຂົ້າໃນການ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ລາວ-ສິງ ກະໂປ ກ້າວຂຶ້ນສູ່ລະດັບໃໝ່ ແລະ ຍັງຍົກໃຫ້ເຫັນວ່າໂດຍອີງໃສ່ ທ່າແຮງຂອງສອງປະເທດລາວ- ສິງກະໂປ ຍັງສາມາດເພີ່ມທະວີ ການຮ່ວມມືໃຫ້ຫຼາຍຂຶ້ນຕື່ມ ເປັນ ຕົ້ນດ້ານການຄ້າ-ການລົງທຶນ, ການບໍລິການ, ສາທາລະນະສຸກ ແລະ ອື່ນໆ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ ປຈຸບັນ, ລັດຖະບານລາວ ໄດ້ປັບປຸງກົນໄກການຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດ ໂດຍໄດ້ມີການປັບປຸງບັນດານິຕິກຳ ແລະ ຂັ້ນຕອນການອະນຸມັດການລົງທຶນ ໃຫ້ກະທັດຮັດຍິ່ງຂຶ້ນ ເພື່ອອຳນວຍຄວາມສະດວກ ໃຫ້ນັກລົງທຶນຕ່າງປະເທດ ລວມທັງ ຍັງໄດ້ສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ເຂດນິຄົມອຸດສາຫະກຳ ແລະ ທ່າ ບົກ ເພື່ອຕອບຮັບກັບຍຸດທະສາດການຫັນເອົາປະເທດໄປສູ່ການເຊື່ອມໂຍງ-ເຊື່ອມຈອດກັບພາກ ພື້ນ. ນອກຈາກນັ້ນ, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຍັງ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳເຊື້ອເຊີນຂອງ ທ່ານ ທອງ ລຸນ ສີສຸລິດ, ປະທານປະ ເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະ ທານາທິບໍດີ ແຫ່ງ ສ ສິງກະໂປ ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ.
ໃນໂອກາດດຽວກັນ, ທ່ານ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ສິງກະໂປ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມ ສິງກະໂປ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະ ເທດ ລາວ-ສິງກະໂປ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ