
ກອງປະຊຸມສາມັນລະຫວ່າງກອງພົນທີ 3 ກັບ ກອງພັນໃຫຍ່ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-10-06 08:40:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:
ວັນທີ 4 ຕຸລາ 2022 ນີ້, ຢູ່ທີ່ກອງພົນທີ 3 ໄດ້ຈັດກອງປະຊຸມສາມັນລະຫວ່າງກອງ ພົນທີ 3 ກັບ ກອງພັນໃຫຍ່ 82ທະຫານ ເຂດ 2 ກອງທັບປະຊາ ຊົນຫວຽດນາມ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານ ກອງພົນທີ 3, ສະຫາຍ ພັນເອກ ກາວຊວນແທັງ ຫົວໜ້າການເມືອງ ກອງພັນໃຫຍ່ 82 ທະຫານເຂດ 2 ກອງທັບປະ ຊາຊົນຫວຽດນາມ, ມີຄະນະພັກ- ຄະນະບັນຊາກອງພົນທີ 3 , ກອງ ພັນໃຫຍ່ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ເຂົ້າ ຮວມ.
ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງກອງພົນທີ 3 ແລະ ສະຫາຍ ພັນເອກ ກາວຊວນແທັງ ຫົວໜ້າການເມືອງກອງພັນໃຫຍ່ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍ ງານການເຄື່ອນໄຫວໜ້າທີ່ການ ເມືອງຂອງກົມກອງຮັບຜິດຊອບແລະ ຕີລາຄາໝາກຜົນໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ໃນ ຂົງເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເປັນການສ້າງເງື່ອນໄຂໃນ ການພັດທະນາເສດຖະກິດ-ສັງ ຄົມລະຫວ່າງສອງປະເທດ, ສອງກອງທັບລາວ-ຫວຽດນາມ ອ້າຍນ້ອງໃຫ້ນັບມືແຕກດອກອອກຜົນຈະເລີນງອກງາມຍິງໆຂຶ້ນເວົ້າສະເພາະແມ່ນກອງພົນທີ 3 ກັບກອງພັນໃຫຍ່ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມໃຫ້ກ້າວສູ່ລວງເລີກ , ພ້ອມນັ້ນຍັງໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ກົມກອງໃນແຜນການຕໍ່ໜ້າອີກດ້ວຍ ໂອກາດດັ່ງກ່າວ, ຄະນະນຳກອງພົນທີ 3 ແລະກອງພັນໃຫຍ່ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດ ນາມ ຍັງໄດ້ມອບຂອງຂັວນທີ່ ລະນຶກໃຫ້ກັນແລະກັນ ແລະ ລົງ ຢ້ຽມຢາມກອງພັນ 612 ແລະ ກອງພັນ 407 ກອງພົນທີ 3 ຕື່ມ ອີກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນທ້າຍເດືອນກັນຍານີ້, ກອງພົນທີ 3 ໄດ້ຈັດກອງປະຊຸມສ່ອງແສງ ວຽກງານປະຈຳເດືອນເພື່ອສ້າງ ຂະບວນການຕ້ອນຮັບວັນສ້າງ ຕັ້ງກອງພົນທີ 3 ຄົບຮອບ 41 ປີ ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ໄຊຍະວົງໄຊນາມທິລາດ ຫົວໜ້າການທະ ຫານກອງພົນທີ 3 , ມີຄະນະພັກ- ຄະນະບັນຊາອົງການ 5 ຫ້ອງ, ກົມກອງຮາກຖານເຂົ້າຮ່ວມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ