
ປິດຊຸດອົບຮົມ-ຫັດແອບຍິງລູກປືນແທ້ ທາງດ້ານຍຸດທະວິທີກອງທັບບົກອາຊຽນ
ເວລາອອກຂ່າວ: 2022-10-06 08:42:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:
ວັນທີ 5 ຕຸລາ 2022 ນີ້, ຢູ່ທີ່ກອງຍິງປືນອາຊຽນ 199 ໄດ້ປິດຊຸດອົບຮົມ-ຫັດແອບຍິງລູກ ປືນແທ້ທາງດ້ານຍຸດທະວິທີກອງ ທັບບົກອາຊຽນ, ໂດຍການເປັນ ປະທານຂອງ ສະຫາຍ ພົນໂທຄຳລຽງ ອຸທະໄກສອນ ກຳມະ ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ມີສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍແຂກທີ່ຖຶກເຊີນ, ຕະ ຫຼອດຮອດຄະນະພັກ-ຄະນະບັນ ຊາກອງຍິງປືນອາຊຽນ 199, ພະ ນັກງານ-ນັກຮົບພາຍໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຂຽນ ຊະນະພັນ ຫົວໜ້າການທະຫານກອງຍິງປືນອາຊຽນ 199 ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້, ອີງຕາມແຜນການຫັດແອບຍິງປືນແທ້ທາງຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ປີ 2022 ທີ່ ສສ ຫວຽດນາມ ເປັນເຈົ້າ ພາບ, ດັ່ງນັ້ນເພື່ອເປັນການກະ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນ ແລະ ການຫັດແອບຕົວຈິງ ໃນໄລຍະຜ່ານມາ ແຕ່ຕົ້ນເດືອນກຸມພາເຖິງປັດຈຸບັນເຫັນໄດ້ວ່າ: ທີມນັກກິລາຍິງປືນແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ເຝິກຊ້ອມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ເພື່ອໃຫ້ມີຄວາມຊຳນານຄ່ອງແຄ້ວໃນການນຳໃຊ້ພາຫະນະປືນຊະນິດຕ່າງໆທີ່ຈະໃຊ້ໃນການແຂ່ງຂັນ, ເຖິງວ່າອຸປະກອນຮັບໃຊ້ໃຫ້ແກ່ການຫັດແອບບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການແຕ່ທິມນັກ ກິລາແຕ່ລະສະຫາຍກໍໄດ້ພ້ອມກັນອົດທົນຜ່ານຜ່າເຮັດໃຫ້ການຫັດແອບເຝິກຊ້ອມສຳເລັດຕາມແຜນການ, ພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນ ແລະ ສູ້ຊົນເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຍິງປືນທາງຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ປີ 2022 ທີ່ ສສ ຫວຽດນາມ ຍາດໄດ້ຜົນງານທີ່ດີເດັ່ນກວ່າປີ ຜ່ານມາ. ຜ່ານການຈັດຕັ້ງອົບ ຮົມ-ຫັດແອບເພື່ອເກັບກຳສະຖິຕີການຍິງຂອງປືນຊະນິດຕ່າງໆ ໃນນີ້ ສາມາດສະຫຼຸບຜົນ ໄດ້ຮັບຄື: ປະເພດປືນເຫຼັກສັ້ນ ຄະແນນເຕັມບົດ 200,40 ຄະ ແນນ, ຍິງຕົວຈິງໄດ້ສູງສຸດ 185,12 ຄະແນນ, ຄະແນນຕໍ່າສຸດ 145,10 ຄະ ແນນ, ປະເພດປືນເຫຼັກຍາວຄະ ແນນເຕັມບົດ 100,20 ຄະແນນ, ຍິງຕົວຈິງໄດ້ສູງສຸດ 78, 6 ຄະ ແນນ, ຄະແນນຕໍ່າສຸດ 45,3 ຄະແນນ, ປະເພດປືນກົນຈັກຄະແນນເຕັມບົດ 500,100 ຄະແນນ, ຍິງຕົວຈິງໄດ້ສູງສຸດ 130,15 ຄະແນນ, ຄະແນນຕ່ຳສຸດ 95,11 ຄະແນນ, ປືນສັ້ນຊາຍ ຄະແນນເຕັມບົດ 200,44 ຄະແນນ, ຍິງຕົວຈິງໄດ້ສູງສຸດ 169,9 ຄະແນນ, ຄະແນນຕ່ຳສຸດ 120,3 ຄະແນນ ແລະ ປືນສັ້ນຍິງ ຄະແນນເຕັມບົດ 210,42 ຄະແນນ. ຍິງຕົວຈິງໄດ້ສູງສຸດ 195,11 ຄະແນນ, ຄະແນນຕໍ່າສຸດ 160,3 ຄະແນນ. ກອງ ທັບເຮົາໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ຈຳນວນ 25 ສະ ຫາຍ ໃນ 5 ຊະນິດການແຂ່ງ ຂັນຄື: ປືນສັ້ນຍິງ, ປືນສັ້ນຊາຍ, ປືນເຫຼັກສັ້ນ, ປືນເຫຼັກຍາວ ແລະ ປືນກົນຈັກ. ພ້ອມນີ້, ທ່ານ ສີນໄຊ ບາຄຳ ປະທານບໍລິສັດລາຊາໂຊກ ຈຳກັດຜູ້ດຽວ ໄດ້ມອບເງິນອຸປະທຳໃຫ້ທິມນັກກິລາຍິງປືນອາຊຽນຈຳນວນ 100 ລ້ານກິບ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາສະຫາຍນັກກິລາ, ຄູເຝິກ ທີ່ໄດ້ເອົາໃຈໃສ່ໃນການເຝິກຊ້ອມຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄູເຝິກ, ນັກກິລາ ແລະ ຄະນະທິມງານທີ່ຈະເດີນທາງເຂົ້າຮ່ວມການແຂ່ງຍິງປືນທາງຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ປີ 2022 ທີ່ ສສ ຫວຽດນາມ ຈົ່ງພ້ອມກັນ ຍົກສູງຄຸນທາດການເມືອງ, ກຳ ແໜ້ນຫຼັກການວິຊາສະເພາະການທະຫານ, ການຍິງປືນ, ເລັງປືນ, ຈັງຫວະບາດກ້າວ ແລະ ນຳເອົາບົດຮຽນທີ່ໄດ້ຖອດຖອນໃນຄັ້ງນີ້ເຝິກຜົນຫຼໍ່ຫຼອມຕົນເອງໃຫ້ສູງເດັ່ນ, ອົດທົນຜ່ານຜ່າເຮັດສຳເລັດໜ້າທີ່ການເມືອງຂອງຕົນ ພ້ອມກັນຍາດໄດ້ຜົນງານທີ່ດີເດັ່ນມາສູ່ກອງທັບປະຊາຊົນລາວເຮົາ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ