
ກອງພົນທີ 4 ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2022-10-06 09:07:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:
ທ້າຍເດືອນກັນຍາ 2022, ກອງພົນທີ 4 ໄດ້ຈັດພິທີມອບ ເງິນອຸດໜູນໃຫ້ຄອບຄົວພະນັກ ງານ-ນັກຮົບຜູ້ທີ່ເສຍຊີວິດຈຳ ນວນ 5 ສະຫາຍ, ລວມເງິນທັງໝົດ 347.957.696 ກີບ, ໂດຍການກ່າວມອບຂອງສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ກຳມະການຄະນະປະຈຳພັກ ຫົວ ໜ້າຫ້ອງການເມືອງກອງພົນທີ
4, ມີຜູ້ຕາງໜ້າອົງການ 5 ຫ້ອງ, ຜູ້ຕາງໜ້າພະແນກການທີ່ກ່ຽວ ຂ້ອງ ແລະ ຄອບຄົວພະນັກງານ-ນັກຮົບ ທີ່ເສຍຊີວິດເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພິທູນ ບຸນມາລາ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງພົນທີ 4 ໄດ້ອະທິບາຍຊີ້ແຈງການ
ຄິດໄລ່ເງິນອຸດໜູນໃຫ້ພະນັກ ງານ-ນັກຮົບທີ່ເສຍຊີວິດ, ໂດຍປະ
ຕິບັດຕາມກົດໝາຍ ວ່າດ້ວຍການປະກັນ ສັງຄົມ ແລະ ຂໍ້ຕົກ ລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ໂອກາດນີ້, ສະຫາຍຫົວໜ້າຫ້ອງການເມືອງ ກອງພົນທີ 4 ມີຄຳເຫັນໂອ້ລົມຕໍ່ຄອບຄົວພະ ນັກງານ-ນັກຮົບທີ່ເສຍຊີວິດ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດທີ່ມີຕໍ່ນາຍ ແລະ ພົນ ທະຫານທົ່ວກອງທັບປະຊາຊົນລາວ ເວົ້າສະເພາະ ແມ່ນຄວາມເປັນຫ່ວງເປັນໃຍຂອງຄະນະພັກ-ຄະນະບັນຊາກອງພົນທີ 4 ທີ່ມີຕໍ່ຄອບຄົວພະນັກງານ-ນັກ
ຮົບທີ່ເສຍຊີວິດ, ເຊິ່ງແຕ່ລະສະ ຫາຍໄດ້ອຸທິດເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ຮຽກ
ຮ້ອງໃຫ້ຄອບຄົວພະນັກງານ-ນັກ ຮົບທີ່ເສຍຊີວິດ ພ້ອມກັນນຳໃຊ້
ເງິນຈຳນວນດັ່ງກ່າວ ເພື່ອປັບ ປຸງແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ