
ກອງພັນໃຫຍ່ 102 ປິດຊຸດອົບຮົມ ການນຳໃຊ້ເຄື່ອງຈັກວິທະຍຸສື່ສານຊະນິດໃໝ່
ເວລາອອກຂ່າວ: 2022-10-06 09:11:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:
ໃນວັນທີ 29 ກັນຍາ 2022, ກອງພັນໃຫຍ່102 ກອງພົນທີ1 ໄດ້ປິດຊຸດອົບຮົມການນຳໃຊ້ເຄື່ອງຈັກວິທະຍຸສື່ສານຊະນິດໃໝ່, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ ຄະນະພັກກອງພົນ ຫົວໜ້າການທະຫານ ກອງພັນໃຫຍ່ 102 ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກພະແນກ ການ ແລະ ຂະແໜງການທີ່ກ່ຽວ ຂ້ອງ ຕະຫຼອດຮອດນັກສຳມະນາກອນ ເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ວົງ ພົງສະ ຫວັດ ຊ່ວຍວຽກຂະແໜງສື່ສານ ກອງພັນໃຫຍ່102 ໄດ້ຜ່ານບົດ ສະຫຼຸບແຜນການອົບຮົມ-ຫັດແອບການນຳໃຊ້ເຄື່ອງຈັກວິທະ ຍຸສື່ສານຊະນິດໃໝ່ທີ່ນຳເຂົ້າຈາກສປ ຈີນ ແລະ ສສ ຫວຽດນາມ. ການອົບຮົມໃນຄັ້ງນີ້ ເພື່ອເຮັດ ໃຫ້ບັນດາເຫຼົ່າຮົບວິຊາສະເພາະ ສື່ສານກຳແໜ້ນທາງດ້ານເນື້ອ ໃນ, ທິດສະດີຫຼັກການ ແລະ ວິທີ ນຳໃຊ້ພາຫະນະສື່ສານຊະນິດ ຕ່າງໆເຂົ້າໃນການປະຕິບັດໜ້າທີ່ ວຽກງານຕົວຈິງ ເພື່ອຮັບປະກັນ ການຕິດຕໍ່ບັນດາກົມກອງ ແລະຂັ້ນເທິງໃຫ້ສອດຄ່ອງທັນກັບ ສະພາບການຕົວຈິງ ທັງເປັນ ການຍົກລະດັບໃຫ້ບັນດານັກ ວິຊາສະເພາະເຫຼົ່າຮົບສື່ສານ, ມີຄວາມຮູ້, ຄວາມສາມາດທີ່ແນ່ ນອນ, ຄ່ອງແຄ້ວ ແລະ ມີຄວາມຊຳນານໃນການນຳໃຊ້ເຄື່ອງຈັກຢູ່ບັນດາກົມກອງ ໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ.
ຜ່ານການອົບຮົມ-ຫັດແອບພະນັກງານ-ນັກຮົບໃນທົ່ວເຫຼົ່າ ຮົບວິຊາສະເພາະສື່ສານສາ ມາດນຳໃຊ້ເຄື່ອງຈັກວິທະຍຸສື່ ສານຊະນິດໃໝ່ໄດ້ຢ່າງຄ່ອງແຄ້ວ,
ຮູ້ໝູນໃຊ້ຖືກຕ້ອງຕາມຫຼັກການ ຕົວຈິງ ເຊິ່ງສາມາດຕີລາຄາ ຜົນໄດ້ຮັບລວມ ສະເລ່ຍ 90%, ໃຊ້ເວລາໃນການອົບຮົມ 8 ວັນ.
ໂດຍ: ສົມບູນ ບົວນ້ອຍສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ