
ກອງບັນຊາການທະຫານ ແຂວງໄຊສົມບູນ ປິດຊຸດອົບຮົມ-ຫັດແອບເອກະພາບວຽກງານເສນາທິການ
ເວລາອອກຂ່າວ: 2022-10-06 09:13:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:
ວັນທີ 12 ກັນຍາ 2022, ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ມີພິທີປິດຊຸດອົບ ຮົມ-ຫັດແອບເອກະພາບວຽກ ງານເສນາທິການທົ່ວກອງບັນ ຊາການທະຫານແຂວງ.ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ວົງພັນ ດາບຸດດີ ຫົວໜ້າ ຫ້ອງເສນາທິການ ກອງບັນຊາ ການທະຫານແຂວງ ໄຊສົມບູນ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ຄູ-ອາຈານຕະ ຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ສະເຫຼີມ ໄຊສົມພອນ ຮອງຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະ ຫຼຸບຜົນການຫັດແອບຮໍ່າຮຽນວຽກງານເສນາທິການໄດ້ກ່າວວ່າ: ຜ່ານການອົບຮົມ-ຫັດແອບ ເວລາ 15 ວັນ ການອົບຮົມ-ຫັດ ແອບແມ່ນໄດ້ຮັບຜົນດີຕາມຄາດ ໝາຍ ເຊິ່ງສະແດງອອກໃນຜົນການຮຽນຄື: ຂັ້ນເກັ່ງ 7 ສະຫາຍ ເທົ່າ 19,44 %, ດີ 20 ສະຫາຍ ເທົ່າ 55,55 %, ຄາດໝາຍ 9 ສະຫາຍ ເທົ່າກັບ 25%. ສະແດງເຖິງຄວາມເອົາໃຈໃສ່ຮໍໍ່າຮຽນຂອງນັກເຝິກອົບຮົມທີ່ມີຄວາມຫ້າວຫັນ ເອົາໃຈໃສ່ບົດຮຽນ, ຕັ້ງໜ້າປະຕິບັດຂໍ້ກຳນົດ, ກົດລະ ບຽບໃນການອົບຮົມເປັນຢ່າງດີ, ທັງເປັນການເຝິກຝົນຫຼໍ່ຫຼອມຕົນເອງຂອງຄູອາຈານ ແລະ ນັກເຝິກອົບຮົມໃຫ້ມີຄວາຊຳນິຊຳນານ, ມີຄວາມເປັນເອກະພາບກັນທາງດ້ານເນື້ອໃນ, ບັນດາບາດກ້າວໃນພາກປະຕິບັດຕົວຈິງ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ