
ໝາກຜົນການແຫ່ງຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ຢູ່ແຂວງຜົ້ງສາລີ
ເວລາອອກຂ່າວ: 2022-10-06 09:17:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານຢູ່ແຂວງຜົ້ງສາລີ ດຳເນີນໄປຢ່າງຕັ້ງໜ້າ ແລະ ແຂງແຮງ. ສຳລັບກຳລັງປະກອບອາວຸດທ້ອງຖິ່ນແຂວງຜົ້ງສາລີ ໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ເປັນກຳລັງຫຼັກແຫຼ່ງຄໍ້າປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດເຕີບໃຫຍ່ຂະຫຍາຍຕົວ, ເປັນເຈົ້າການປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າສະເພາະແຂວງຜົ້ງສາລີ ໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ໂດຍ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງຜັນ ຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດຢ່າງແຂງແຮງ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ໄດ້ຮັບການປັບ ປຸງດີຂຶ້ນເປັນກ້າວໆມາ.
ປັດຈຸບັນ, ອິດທິກຳລັງປໍລະປັກຍັງສືບຕໍ່ເຄື່ອນໄຫວປະຕິບັດກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ ດ້ວຍຫຼາຍຮູບການເຊັ່ນ: ບັນຫາສາສະໜາ, ສິດທິມະນຸດ, ບັນຫາຊົນເຜົ່າ ແລະ ອື່ນໆ ເພື່ອເປັນຂໍ້ອ້າງໂຄສະນາທັບຖົມແນວທາງນະໂຍບາຍຂອງພັກ-ລັດ ແລະ ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມຫຼາຍຂຶ້ນ. ຕໍ່ບັນຫາດັ່ງກ່າວ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກ ເຊິ່ງເວລາໃດ ກໍຖືສຳຄັນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ ເປັນບູລິມະສິດແຖວໜ້າ ຕິດພັນກັບວຽກງານ 3 ສ້າງ ຂອງພັກໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນເປັນຫົວ
ໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ ຢ່າງແຂງແຮງ ເພື່ອຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເຮັດໃຫ້ ພະນັກງານ-ນັກຮົບ, ລັດຖະກອນແລະ ປະຊາຊົນມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນຊົນຊັ້ນ ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ບົນຈິດໃຈບຸກທະລຸ ເພື່ອຮັບປະກັນເຮັດໃຫ້ສະພາບທົ່ວແຂວງມີຄວາມສະຫງົບ, ໄດ້ຊີ້ນຳຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແບບທາງເລິກ ແລະ ທາງກວ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ຂັ້ນ ຕິດພັນກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ແລະ ວຽກງານ 3 ສ້າງຂອງພັກໃນການເຕົ້າໂຮມບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ. ປັດຈຸບັນມີພະ ນັກງານເຄື່ອນໄຫວກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານກວມເອົາ
ຈຳນວນບ້ານແມ່ນ 95% ຂອງແຜນການ, ສ້າງຄອບຄົວປ້ອງ
ກັນຊາດເຂັ້ມແຂງ ໄດ້ 100%, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 100%, ບ້ານປ້ອງກັນຄວາມສະຫງົບດີ 95% ແລະ ສ້າງບ້ານພັດທະນາດີ ກວມເອົາ 80% ຂອງແຜນການ.
ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຍັງໃຫ້ຮູ້ຕື່ມວ່າ: ໄປຄຽງຄູ່ກັນນັ້ນ ຍັງຫັນເອົາວຽກງານ ປກຊ-ປກສ ຕິດພັນກັບໜ້າທີ່ການເມືອງແຕ່ລະຮາກຖານປະຊາຊົນ ແລະ ບັນດາຫົວໜ່ວຍອົງການຈັດຕັ້ງ ທັງ ພາກລັດ ແລະ ເອກະຊົນ ເປັນຕົ້ນໄດ້ສຳເລັດການເຝິກອົບຮົມວິຊາສິລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານຂອງທະຫານຮາບ ແລະ ວິຊາປ້ອງກັນຕົວຂອງກຳລັງປ້ອງກັນຄວາມສະຫງົບໃຫ້ນັກ ຮຽນ, ນັກສຶກສາ, ຫົວໜ່ວຍລັດວິສາຫະກິດ, ປະຊາຊົນ ແລະ ກຳລັງກອງຫຼອນ-ປກສ ບ້ານທົ່ວແຂວງ ສາມາດຮັບປະກັນໃນການເຄື່ອນໄຫວປ້ອງກັນເວນຍາມເກັບກຳສະພາບຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%. ພ້ອມກັນນັ້ນ, ຍັງໄດ້ອົບຮົມ-ຫັດແອບ ວຽກງານ ປກຊ-ປກສໃຫ້ແຕ່ລະເປົ້າໝາຍທົ່ວແຂວງຢ່າງທົ່ວເຖິງ.
ຜ່ານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວແຂວງເຫັນວ່າ ມີຄວາມສະຫງົບດີ ແລະ ສາມາດແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໄດ້ຂາດຕົວ ເປັນຕົ້ນແມ່ນການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ການແຕ່ງດອງແບບຜິດກົດໝາຍ ແລະ ບັນຫາອື່ນໆ, ອັນພົ້ນເດັ່ນແມ່ນຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ປະ ສານສົມທົບຮ່ວມມືບັນດາແຂວງ,ປະເທດໃກ້ຄຽງທີ່ມີເສັ້ນຊາຍແດນຕິດຈອດກັບແຂວງຜົ້ງສາລີເຊັ່ນ: ກອງບັນຊາການທະຫານປ້ອງກັນຊາຍແດນແຂວງດຽນບຽນ ສສ ຫວຽດນາມ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນປະຈຳເມືອງຫຼ້າ ກິ່ງ ແຂວງສິບສອງພັນນາ ສປ ຈີນ ເຄື່ອນໄຫວກວດກາຈຸດເຂດແດນຮ່ວມກັນ ແລະ ມີການພົບປະແລກປ່ຽນຖອດຖອນບົດຮຽນລະຫວ່າງການນຳຂັ້ນແຂວງ, ກອງບັນຊາການທະຫານ-ຕຳຫຼວດແຂວງ ແລະ ຂະແໜງການຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແຂວງຜົ້ງສາລີ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສະຫງົບດີ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ